ຈໍາປາສັກເປີດປີທ່ອງທ່ຽວລາວ ພ້ອມກັບບຸນນະມັດສະການຜາສາດຫີນວັດພູ ຢ່າງເປັນທາງການ
2018-01-30 17:22:28  cri 


ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ, ສັນລະເສີນຊົມເຊີຍຢ່າງຈິງໃຈ ແລະ ກ່າວຕ້ອນຮັບອັນອົບອຸ່ນ ຕໍ່ການເຂົ້າຮ່ວມຂອງທຸກພາກສ່ວນ ສູ່ດິນແດນອະລິຍະທຳ, ອຸດົມຮັ່ງມີ ແລະ ສວຍງາມ ກໍຄືງານບຸນນະມັດສະການຜາສາດຫີນວັດພູ ແລະ ພິທີເປີດປີທ່ອງທ່ຽວລາວ 2018 ນີ້. ນັບແຕ່ໃດໆມາ, ງານນະມັດສະການຜາສາຫີນວັດພູ ໄດ້ຈັດຂຶ້ນເປັນປົກກະຕິໃນແຕ່ລະປີ, ພາຍຫຼັງໄດ້ຈັດເຂົ້າເປັນມໍລະດົກໂລກແລ້ວ ໃນທຸກຮອບ 5 ປີໃດ ອໍານາດການປົກຄອງແຂວງ, ເມືອງ ພ້ອມກັບພໍ່ແມ່ປະຊາຊົນໃນທົ່ວແຂວງ ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ຄຶກຄື້ນ. ສະເພາະບຸນປີນີ້ແມ່ນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ພ້ອມກັບການເປີດປີທ່ອງທ່ຽວລາວ 2018 ເພື່ອເຮັດໃຫ້ການທ່ອງທ່ຽວລາວ-ການທ່ອງທ່ຽວແຂວງຈຳປາສັກ ໄດ້ສຳຜັດເຖິງດ້ານບັນຍາກາດ, ທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ທີ່ມີມາແຕ່ບູຮານນະການ. ໃນພິທີດັ່ງກ່າວເລີ່ມດ້ວຍ ການເດີນຂະບວນຂອງກ້ອນກຳລັງທຸງຊາດ, ກອງຕຸລິຢາງເຍົາວະຊົນ, ຂະບວນທຸງທິວ 7 ສີ, ປ້າຍມໍລະດົກໂລກ, ປ້າຍປີທ່ອງທ່ຽວລາວ, ລົດແຫ່ຮູບຈໍາລອງໂຮງຊາວ, ຂະບວນແຫ່ຟ້ອນທີ່ເປັນເອກະລັກຂອງບັນດາ 10 ຕົວເມືອງຂອງແຂວງຈຳປາສັກ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ