李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປູກ​ຊາ​ພັນ​ໃໝ່​ເພື່ອ​ຊ່ວຍ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ

2019-04-10 16:18:16 cri

图片默认标题_fororder_1

ວັນ​ທີ 9 ເມ​ສານີ້, ຊາວ​ກະ​ສິ​ກອນ​ກຳ​ລັງ​ເດັດ​ໃບ​ຊາ​ປາຍ​ຮ​ວ້າ​ພັນ​ໃໝ່ “ຊີ່ນ​ອ່ານ 4” ທີ່​ເພາະ​ປູກ​ດ້ວຍ​ຕົນ​ເອງ​ຢູ່​ໃນ​ສວນ​ຊາ​ຂອງ​ບ້ານ​ເຊ້ຍ​ປ່າວ​ເມືອງ​ຊຽນ​ທານ​ນະ​ຄອນ​ຈ້ຽນ​ເຕີ​ແຂວງ​ເຈີ້​ຈ່ຽງ. ຫຼັງ​ຈາກ​ບຸນ​ຊິ່ງ​ມິງ ຫຼື ບຸນອະ​ນາ​ໄມ​ສຸ​ສານ​ແລ້ວ, ຊາວ​ກະ​ສິ​ກອນ​ປູກ​ຊາ​ຂອງ​ເມືອງ​ຊຽນ​ທານ ກໍ​ເລີ່ມ​ເດັດ​ໃບ​ຊາ​ພັນ​ໃໝ່ຊະ​ນິດນີ້ ເຊິ່ງ​ໄດ້​ຜ່ານ​ການ​ເລືອກ​ພັນ​ແລະ​ຕັດ​ຕໍ່​ພັນ​ຫຸ​ກຳ​ສຳ​ເລັດ​ຜົນ​ມາ​ໄດ້ຫຼາຍ​ປີແລ້ວ. ສິ່ງ​ທີ່​ຕ່າງ​ກັບ​ໃບ​ຊາ​ທຳ​ມະ​ດາ​ກໍ​ຄື: ໃບ​ຊາ​ຊະ​ນິດນີ້​ເປັນ​ສີ​ຂາວ​ນ້ຳ​ນົມ, ມີ​ທາດ​ອາ​ມີ​ໂນ​ອາ​ສິດແລະ​ທາດ Tea Polyphenols ທີ່​ອຸ​ດົ​ມ​ສົມ​ບູນ ແລະ​ລາ​ຄາ​ຈະ​ແພງກວ່າ​ຊາ​ຂຽວ​ທຳ​ມະ​ດາ​ເກືອບ 10 ເທົ່າ. ຊຸມ​ປີມໍ່​ໆ​ມານີ້, ນະ​ຄອນ​ຈ້ຽນ​ເຕີ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ໃນ​ດ້ານ​ຊັບ​ພະ​ຍາ​ກອນ​ດ້ານ​ນິ​ເວດ, ອອກ​ແຮງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃບ​ຊາ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ພັດ​ທະ​ນາ​ໃບ​ຊາ​ແນວ​ພັນ​ໃໝ່, ຂະ​ແໜງ​ການ​ໃບ​ຊາ​ແບບ​ໃໝ່​ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ເສົາ​ຄ້ຳ​ທີ່​ຊ່ວຍ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ພູ​ດອຍ.

ຄຳ​ເຫັນ

0