ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວລາ 10 ໂມງ 25 ນາທີຂອງວັນທີ 19 ເມສານີ້, ກຳປັ່ນຄຸ້ມກັນ “ແຂງແກ່ງ” ຫຼື RSS STALWART ຂອງກອງທັບເຮືອສິງກະໂປໄດ້ຄ່ອຍໆຈອດຢູ່ທ່າກຳປັ່ນຕ້າກາງເມືອງຊີ່ງຕາວ ແຂວງສ່ານຕົ່ງຈີນ. ນີ້ແມ່ນກຳປັ່ນຮົບຕ່າງປະເທດລຳທຳອິດທີ່ເຂົ້າຮ່ວມກິດຈະກຳກອງທັບເຮືອນານາຊາດສະຫຼອງວັນສ້າງຕັ້ງກອງທັບເຮືອປະຊາຊົນຈີນຄົບຮອບ70ປີ.
ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບເຮືອປະຊາຊົນຈີນຄົບຮອບ 70 ປີ, ຄະນະຜູ້ແທນກອງທັບເຮືອ 60 ກວ່າປະເທດ ແລະ ກຳປັ່ນ 10 ກວ່າປະເທດຈະເຂົ້າຮ່ວມກິດຈະກຳດັ່ງກ່າວຕາມຄຳເຊີນ.
ກິດຈະກຳຄັ້ງນີ້ຈະຈັດຂຶ້ນຢູ່ເຂດທະເລແລະເຂດອາກາດໃກ້ກັບເມືອງຊີ່ງຕາວແຕ່ວັນທີ 22 ຫາວັນທີ 25 ເມສານີ້ ເຊິ່ງລວມທັງມີກິດຈະກຳຕ່າງໆ ເຊັ່ນ, ກວດແຖວກອງທັບເຮືອ, ງານສຳມະນາລະດັບສູງ, ການສະແດງດົນຕີຮ່ວມກັນຂອງທະຫານ, ການເປີດກຳປັ່ນໃຫ້ທ່ຽວຊົມ, ການແລກປ່ຽນດ້ານວັດທະນະທຳ-ກິລາ ແລະ ການແລກປ່ຽນດ້ານວິຊາການທະຫານເປັນຕົ້ນ.
ຄຳເຫັນ
0