黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ດຳ​ນ້ຳ​ບັນທຸກ​ຄົນ “ຈ່ຽວຫຼົງ” ​ເປີດ​ຕົວຫຼັງຍົກ​ລະດັບ

2019-04-23 15:53:33 CRI

图片默认标题_fororder_1210115565_15558993991351n

​ເຮືອ​ດຳ​ນ້ຳ​ບັນທຸກ​ຄົນ “ຈ່ຽວຫຼົງ​” ໄດ້​ຮັບ​ການ​ຍົກ​ລະດັບດ້ານ​ເຕັກນິກ​ໃນ 15 ​ເດືອນ​ຜ່ານ​ມາ ​ແລະ ​ເປີດ​ຕົວຄືນ​ໃໝ່​ໃນ​ວັນ​ທີ 21 ​ເມສາ​ນີ້​ຢູ່​ສູນ​ຄຸ້ມ​ຄອງ​ຖານ​ທະ​ເລ​ເລິກ​ແຫ່ງ​ຊາດ​ຢູ່​ເມືອງ​ຊິ່ງຕ໋າວ. ຂ່າວ​ລາຍ​ງານ​ວ່າ, ​ເປົ້າໝາຍ​ຕົ້ນຕໍ​ຂອງການ​ຍົກ​ລະດັບດ້ານ​ເຕັກນິກ​ຕ່າງໆ​ຂອງ “ຈ່ຽວຫຼົງ” ຄັ້ງນີ້​ແມ່ນ​ເພື່ອ​ຄວາມ​ປອດ​ໄພ, ​ໃຫ້​ມີ​ຄວາມ​ສະດວກ​ງ່າຍດາຍ​ດ້ານ​ການ​ຮັກສາ-ສ້ອມ​ແປງ, ຍົກ​ສູງ​ປະສິດທິພາບ​ໃນ​ການ​ປະຕິບັດ​ງານ ​ແລະ ສືບ​ຕໍ່​ຮັກສາ​ທ່າ​ແຮງ​ດ້ານ​ເຕັກນິກ​ໃຫ້​ຢູ່​ໃນ​ລະດັບ​ນຳ​ໜ້າ​ຂອງ​ໂລກ. ຫຼັງຈາກ​ທົດ​ລອງ​ທາງ​ທະ​ເລ​ຢ່າງ​ສຳ​ເລັດຜົນ​ແລ້ວ, “ຈ່ຽວຫຼົງ” ຈະ​ຖືກ​ນຳ​ໃຊ້​ໃນ​ວຽກ​ງານ​ຕ່າງໆ ​ເຊັ່ນ: ການຄົ້ນຄວ້າ​ວິທະຍາສາດ​ລະດັບ​ນຳ​ໜ້າ​ໂລກ​ດ້ານ​ທະ​ເລ​ເລິກ, ການ​ສຳຫຼວດຊັບພະຍາກອນ​ຢູ່​ທະ​ເລ​ເລິກ ​ແລະ ການ​ຕິດຕາມ-ອະນຸລັກ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ເລິກ ດ້ວຍ​ໂສມ​ໜ້າ​ໃໝ່​ອ່ຽມ​ແລະ​ມີ​ສະມັດຖະພາບ​ດີ​ເດັ່ນ​ກວ່າ​ເກົ່າ​ຫຼາຍ.

图片默认标题_fororder_1210115565_15558993991621n

 

图片默认标题_fororder_1210115565_15558993991661n

ຄຳ​ເຫັນ

0