尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພີ່ມ​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ດ້ວຍ​ການ​ໃຊ້​ໄຮ່​ນາ​ຢ່າງ​ມີ​ປະ​ສິດ​​ທິ​ຜົນ​ສູງ

2019-05-07 16:19:20 cri

图片默认标题_fororder_1
ວັນ​ທີ 6 ພຶດ​ສະ​ພາ​ນີ້, ທ້າວ ເ​ສີ້ນ​ຈ້ຽນ​ລີ້ ຊາວ​ບ້ານ​ຂອງ​ບ້ານ​ສວນ​ຢີ້​ຕາ​ແສງ​ຕົ່ງ​ລິນ​ແລະ​ກຳ​ມະ​ກອນ​ພວມ​ເກືອ​ກຸ້ງ​ມັງ​ກອນ​ນ້ອຍຢູ່​ນາ. ໃນ​ເດືອນ​ມີ​ນາ​ຂອງ​ປີ​ນີ້, ທ້າວ ເສີ້ນ​ຈ້ຽນ​ລີ້ ໄດ້​ເຊົ່າ​ທີ່​ດິນ​ເປົ່າ​ຫວ່າງ​ປະ​ມານ 7 ເຮັກ​ຕາ,ເພື່ອ​ສ້າງ​ເປັນ​ໜອງ​ລ້ຽງ​ກຸ້ງ​ໃນ​ໄຮ່​ນາ,​ໂດຍໄດ້​ລ້ຽງ​​ກຸ້ງ​ມັງ​ກອນນ້ອຍ 2500 ກິ​ໂລ,ແລະ​ຈະ​ປູກ​​ເຂົ້າ​ໃນ​ເດືອນ​ມິ​ຖຸ​ນາ​ໜ້າ​ນີ້​ເພື່ອ​ສ້າງ​ເປັນ​ລະ​ບົບນິ​ເວດ​ເພື່ອ​ການ​ລ້ຽງ​ສັດ,ສາ​ມາດ​ສ້າງ​ຜົນ​ກຳ​ໄລ​ໄດ້ປະ​ມານ 75.000 ຢວນ​ຕໍ່ເຮັກ​ຕາ. ​ເລີ່ມແຕ່​ປີ 2018 ມາ​ນີ້,ຕາ​ແສງ​ຕົ່ງ​ລິນ​ເມືອງ​ອູ​ຊິ່ງ​ນະ​ຄອນ​ຫູ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ໄດ້​ໃຊ້​ຮູບ​ແບບ​ການ​ລ້ຽງ​ສັດ​ແບບ​ປະ​ສົມ​ປະ​ສານ​ກັບ​ການ​ປູກ​ຝັງ​ຄື: ​​ກຸ້ງກັບ​ຕົ້ນ​ເຂົ້າ,ປາ​ກັບ​ຕົ້ນ​ເຂົ້າ,ປູກັບ​ຫຍ້າແລະ​ການ​ລ້ຽງ​ສັດ​ປະ​ສົມ​ຫຼາຍ​ຊະ​ນິດເປັນ​ຕົ້ນ,​ໄດ້ສ້າງ​ລະ​ບົບ​ນິ​ເວດ​ເພື່ອ​ການ​ລ້ຽງສັດ,ເປັນ​ການຊຸກ​ຍູ້​ການ​ນຳ​ໃຊ້​ນ້ຳ​ແລະ​ໄຮ່​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ແລະ​​ໄດ້​ສ້າງ​ຜົນ​ປະ​ໂຫຍດໃຫ້​ແກ່​ການເພີ່ມລາຍ​ຮັບຂອງຊາວ​ກະ​ສິ​ກອນ.

ຄຳ​ເຫັນ

0