黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໝີ​ແພນ​ດາ​ສີ​ຂາວ​ໂຕ​ທຳ​ອິດ​ປາ​ກົດຕົວ​ຢູ່​ເຂດ​​ປ່າສະ​ຫງວນ​ທຳ​ມະ​ຊ​າດ​ໂອ້​ລົງ

2019-05-27 16:32:27 cri

图片默认标题_fororder_115b9ba1e53942cb9d1019fe79701048
ວັນ​ທີ 25 ພຶດ​ສະ​ພາ​ນີ້, ​​ພະ​ແນກ​ຄຸ້ມ​ຄອງເຂດ​​ປ່າສະ​ຫງວນ​ທຳ​ມະ​ຊາດ​ໂອ້​ລົງ​ແຂວງ​ເສ​ສວນ​ໄດ້​ເຜີຍ​ແຜ່​ຮູບ​ຖ່າຍ​ໝີ​ແພນ​ດາ​ສີ​ຂາວ​ໂຕ​ທຳ​ອິດ​ໃນ​ໂລກ. ຮູບ​ຖ່າຍ​ດັ່ງ​ກ່າວ​ຖ່າຍ​ຈາກ​ກ້ອງ​ຖ່າຍ​ຮູບ​ອານ​ຟາ​ເຣດຢູ່​ເຂດ​ປ່າ​ສະ​ຫງວນ​ທຳ​ມະ​ຊາດ​ໃນ​ຕອນ​ບ່າຍ​ກາງ​ເດືອນ​ເມ​ສາ, ຮູບ​ຖ່າຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ໝີ​ແພນ​ດາ​ໂຕ​ນີ້​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຄື: ຂົນ​ແລະຕີນ​ລ້ວນ​ແຕ່​ເປັນ​ສີ​ຂາວ, ຕາ​ຂອງ​ມັນ​ເປັນ​ສີ​ແດງ, ພວມ​ຍ່າງ​ຜ່ານ​ປ່າ​ໄມ້​ອັນ​​ດົກໜາ.

图片默认标题_fororder_e20000046c4141c69ed32d17595fe097

 

ຄຳ​ເຫັນ

0