尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮຽນ​ດົນ​ຕີ​ຢູ່​ໂຮງ​ຮຽນ​ປະ​ຖົມ​ທີ່​ເຂດ​ຊາຍ​ແດນ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ

2019-06-26 11:14:09 cri

图片默认标题_fororder_xxxx

ໂຮງ​ຮຽນ​ໄອ້​ໂຂວ​ຕັ້ງ​ຢູ່​ເມືອງ​ພີງ​ຊຽງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ,ຫ່າງ​ຈາກ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ບໍ່​ເຖິງ 1 ກິ​ໂລ​ແມັດ. ໃນ​ປີ​ຜ່ານ​ມາ,ພວກ​ນັກ​ຮຽນ​ບໍ່​ເຄີຍ​ໄດ້​ຮຽນ​ຫຼັກ​ສູດ​ດົນ​ຕີ​ຈັກ​ເທື່ອ. ປີ​ກາຍ​ນີ້, ເມືອງ​​ພີງ​ຊຽງ​​ໄດ້ນຳໃຊ້​ວິ​ທີ “ເຄືອ​ຂ່າຍ​ອິນ​ເຕີ​ເນັດ+ການ​ສຶກ​ສາ”,ໃຊ້​ຫ້ອງ​ຮຽນ​ຂໍ້​ມູນ​ຂ່າວ​ສານ​ພະ​ຫຸ​ສື່,ລະ​ບົບ​ອັດ​ສຽງ​ແລະ​ກະ​ຈາຍ​ສຽງ​ແບບ​ອັດ​ສະ​ລິ​ຍະ​ແລະ​ອຸ​ປະ​ກອນ​ອື່ນໆ,ເພື່ອ​ໃຫ້ຄູ​​ທີ່​ດີ​ເດັ່ນ​ໃນ​ເມືອງ​​ສອນ​ພວກ​ນັກ​ຮຽນ​ຢູ່​ເຂດ​ຊາຍ​ແດນ​. ເລີ່ມ​ແຕ່​ເດືອນ​ພະ​ຈິກ​ຂອງ​ປີ 2018 ເປັນ​ຕົ້ນ​ມາ, ເມືອງ​​ພີງ​ຊຽງ​ໄ​ດ້​ເລີ່ມສ້າງ​ຈຸດ​ທົດ​ລອງ​ຢູ່ໂຮງ​ຮຽນ​ປະ​ຖົມ​ເລກ 1 ຂອງ​ເມືອງ​ຕົນ,​ໂຮງ​ຮຽນ​ປະ​ຖົມ​ທີ່​ເຂດ​ຊາຍ​ແດນ 6 ແຫ່ງ​ແລະສະ​ຖານ​ທີ່​ການ​ສອນ​ແລະ​ຮຽນ​ແຫ່ງ​ອື່ນໆ. ປັດ​ຈຸ​ບັນ, ເມືອງ​ພີງ​ຊຽງ​ພວມ​ໂຄ​ສະ​ນາ​ເຜີຍ​ແຜ່​ຮູບ​ແບບ​ການ​ຮຽນ​ການ​ສອນ​ທາງ​ອິນ​ເຕີ​ເນັດ​ໃຫ້​ແກ່​ໂຮງ​ຮຽນ​ປະ​ຖົມ​ທີ່​ເຂດ​ຊາຍ​ແດນ​ແລະ​ສະ​ຖານ​ທີ່​​ການ​ຮຽນການ​ສອນ​ແຫ່ງ​ອື່ນໆ,ການ​ປະ​ຕິ​ຮູບ​ດ້ານ​ການ​ສຶກ​ສາ​ຕ່າງໆ​ພວມ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0