郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດຟິ​ລິບ​ປິນ​ຕິ​ຕຽນ​ກາ​ນາ​ດາ​ກັກ​ຂັງ​ທ່ານ​ນາງ​ເມີ້ງ​ຫວານ​ໂຈ່ວ​ຕາມ​ໃຈ​ມັກ

2021-03-09 14:47:47 cri

  ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ8ມີ​ນານີ້,ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ກ່ອນນີ້​ບໍ່​ດົນ ທ່ານ​ທີ​ໂອ​ໂດ​ໂຣ ລອກເຊີນ ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດຟິ​ລິບ​ປິນໄດ້​ກ່າວຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ການ​ກັກ​ຂັງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ບໍ​ລິ​ສັດ​ຈີນ​ທີ່​ໄດ້​ເອົາ​ຊະ​ນະ​ຕົນ​ເອງ​ໃນ​ດ້ານ​ການ​ທຸ​ລະ​ກິດນັ້ນ ເປັນ​ການ​ກະ​ທຳ​ທີ່​ກັກ​ຂັງ​ຊາວ​ຕ່າງ​ປະ​ເທດຕາມ​ໃຈມັກໃນ​ການ​ພົ​ວ​ພັນ​ລະ​ຫວ່າງ​ຊາດ ເຖິງວ່າ​ຄົນ​ທີ່​ມາ​ກັກ​ຂັງ​ນາງນັ້ນ​ໄດ້​ໃສ່​ຜົມ​ປອມ​ຫາກ​ບໍ່​ແມ່ນ​ໝວກ​ທະ​ຫານ​ກໍ່​ຕາມ(ໝາຍ​ເຖິງ​ຝ່າຍ​ຕຸ​ລາ​ການ​ແລະ​ຝ່າຍກອງ​ທັບ). ​ນັກ​ວິ​ເຄາະ​ເຫັນ​ວ່າ,ຄວາມ​ເວົ້າ​ຂອງ​ທ່ານ​ໂລ​ເຊີນ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປີນແມ່ນ​ການ​ຕິ​ຕຽນ​ກາ​ນາ​ດາ​ທີ່​ໄດ້ກັກ​ຂັງ​ທ່ານ​ນາງ​ເມີ້ງ​ຫວານ​ໂຈ່ວ​ຕາມ​ໃຈ​ມັກ. ຝ່າຍ​ຈີນ​ມີ​ການ​ວິ​ເຄາະ​ຫຍັງ​ຕໍ່​ເລື່ອງນີ້?

   ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຄວາມ​ເປັນ​ຈິງ​ໄດ້​ຢືນ​ຢັນ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ,ເຫດ​ການ​ເມີ້ງ​ຫວານ​ໂຈ່ວ​ເປັນ​ເຫດ​ການ​ການ​ເມືອງ​ແທ້ໆ. ພວກ​ຂ້າ​ພະ​ເຈົ້າ​ທວງ​ໃຫ້​ຝ່າຍ​ກາ​ນາ​ດາ​ຈົ່ງ​ດັດ​ແກ້​ຄວາມ​ຜິດ​ພາດ​ໃນ​ທັນ​ທີ,ປ່ອຍ​ຕົວ​ທ່ານ​ນາງ​ເມີ້ງ​ຫວານ​ໂຈ່ວ​ແລະ​​ອະ​ນາ​ຍາດໃຫ້​ນາງ​ກັບປະ​ເທດ​ຊາດ​ຢ່າງ​ປອດ​ໄພ.

ຄຳ​ເຫັນ

0