郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດເວ​ທີ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30​ປີຢ່າງ​ສຳ​ເລັດ​ຜົນ

2021-03-10 11:19:07 cri

   ​ວັນ​ທີ9ມີ​ນານີ້, ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນຈາ​ກາກ​ຕາ2021ໄດ້​ຈັດ​ກິດ​ຈະ​ກຳ​ຄັ້ງ​ທີ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ. ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ທີ່​ມາ​ຈາກ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ການ​​​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ 30ປີ ແລະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ທີ່​ສ້າງ​ສັນ​ກ່ຽວ​ກັບ​ບົດ​ຮຽນ​ທີ່​ດີ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຢ່າງວ່ອງ​ໄວ​ລະ​ຫວ່າງ​ສອງ​ຝ່າຍ.

   ໃນ​ເວລາ​ທົບ​ທວນ​ຄືນ​ຜົນ​ງານ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ ນັກ​ວິ​ຊາ​ການ​ທັງ​ຫຼາຍ​ກ່າວ​ວ່າ,ຕະ​ຫຼອດ​ໄລ​ຍະ30ປີ​ຜ່ານ​ມານີ້,ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້​ດຳ​ເນີນ​ໄປ​ຢູ່​ໃນ​ຫຼາຍ​ຂົງ​ເຂດ​,ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ກໍ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ເຊິ່ງ​ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ທີ່​​ສຳ​ຄັນ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ໂດຍ​ຜະ​ເຊີນ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ19ທີ່​ແຜ່​ລະ​ບາດ​ຢ່າງກະ​ທັນ​ຫັນ,ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​​ເອົາ​ໃຈ​ໃສ່​ຕິດ​ຕາມ​ແລະ​ໃຫ້​ການຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ທຸກ​ຮ່ວມ​ສຸກນຳ​ກັນ,ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ກໍ​ໄດ້​ກາຍ​ເປັນ​ແມ່​ແຮງ​ໃໝ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ.

   ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ເປົ້າ​ໝາຍ​ພັດ​ທະ​ນາ​ຮ່ວມ​ກັນ,ໄດ້​ແບກ​ຫາບ​ພາ​ລະ​ໜ້າ​ທີ່​ທີ່​ສຳ​ຄັນ​ຮ່ວມ​ກັນ,ສາ​ມາດ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່ ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ເສດ​ຖະ​ກິດ​ໝູນ​ວຽນ​, ຂະ​ນະ​ດຽວ​ກັນ ຍັງ​ຕ້ອງ​ຍຶດ​ໝັ້ນ​ຈິດໃຈ​​ສົນ​ທະ​ນາ​ແລະປຶກ​ສາ​ຫາ​ລືກັນ, ​ແກ້​ໄຂ​ບັນ​ຫາທີ່​ລໍ່​ແຫຼມ​ໃຫ້​ເໝາະ​ສົມ ເຊັ່ນ: ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເປັນ​ຕົ້ນ,ຊຸກ​ຍູ້ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.

ຈັດເວ​ທີ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30​ປີຢ່າງ​ສຳ​ເລັດ​ຜົນ_fororder_1704084430

ຈັດເວ​ທີ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30​ປີຢ່າງ​ສຳ​ເລັດ​ຜົນ_fororder_545322195

ຈັດເວ​ທີ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນຄູ່​ເຈ​ລະ​ຈາຈີນ-ອາ​ຊຽນ​ຄົບ​ຮອບ30​ປີຢ່າງ​ສຳ​ເລັດ​ຜົນ_fororder_709877937

ຄຳ​ເຫັນ

0