郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການນຳ​ເຂົ້ານ້ຳ​ມັນ​ສຳ​ເລັດ​ຮູບ​ໃນ​ເດືອນ​ກຸມ​ພາ​ຂອງ​ມຽນ​ມາ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,ລາ​ຄາ​ນ້ຳ​ມັນ​ຖີ​ບ​ສູງ​ຂຶ້ນ​ປະ​ມານ37%

2021-03-11 10:55:13 cri

   ​ຂ່າວ​ສານຣອຍ​ເຕີໄດ້​ນຳ​ເອົາ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ບໍ​ລິ​ສັດ Refinitiv ​ເຊິ່ງ​ແມ່ນ​ຜູ້ບໍ​ລິ​ການ​​ຂໍ້​ມູນ​ທາງດ້ານ​ການ​ເງິນ​ມາ​ແຈ້ງ​ໃຫ້​ຮູ້​ວ່າ, ຈຳ​ນວນ​ການ​ນຳ​ເຂົ້ານ້ຳ​ມັນ​ສຳ​ເລັດ​ຮູບຂອງ​ມຽນ​ມາ​ໃນ​ເດືອນ​ກຸມ​ພາ​ມີ​ເຖິງ287ພັນ​ໂຕນ,ເປັ​ນຈຸດ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ສິງ​ຫາ​ປີ 2017 ເປັນ​ຕົ້ນ​ມາ. ນັບແຕ່​ທ້າຍ​ເດືອນ​ມັງ​ກອນ​ເປັນ​ຕົ້​ນ​ມາ,ລາ​ຄາ​​ຂອງນ້ຳ​ມັນແອັດ​ຊັງ​ແລະ​​ກາ​ຊວນ​ພາຍ​ໃນ​ປະ​ເທດ​ມຽນ​ມາ​ໄດ້​ຖີ​ບ​ສູງ​ຂຶ້ນ36-37%.

   ຕາມ​ຂ່າວ​ໃຫ້​ຮູ້​​ວ່າ,ຍ້ອນ​ຂາດ​ຄວາມ​ສາ​ມາດໃນ​ການ​ກັ່ນ​​ນ້ຳ​ມັນ,ນ້ຳ​ມັນ​ສຳ​ເລັດ​ຮູບ​ຂອງ​ມຽນ​ມາ​ປະ​ມານ98%ຕ້ອງ​ອາ​ໄສ​ການ​ນຳ​ເຂົ້າ. ໃນ​ເດືອນ​ກຸມ​ພາ ຈຳ​ນວນການ​ນຳ​ເຂົ້ານ້ຳ​ມັນ​​ສຳ​ເລັດ​ຮູບ​ໄດ້​ຫຼຸດ​ລົງ ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ວ່າ​ ທະ​ນາ​ຄານພາຍ​ໃນ​ປະ​ເທ​ດ​ມຽນ​ມາ ​ສ່ວນ​ຫຼາຍ​ໄດ້​ຢຸ​ໂຈະ​ການ​ເຮັດ​ທຸ​ລະ​ກິດ​ທາງ​ດ້ານ​ການ​ເງິນ​ຊົ່ວ​ຄາວ,ພໍ່​ຄ້າ​ຜູ້​ສະ​ໜອງ​ນ້ຳ​ມັນ​ບໍ່​ຮັບ​ຮອງ​ການ​ຊຳ​ລະ​ຜ່ານບັດ​ສິນ​ເຊື່ອ,ຮັບ​ຮ​ອງ​ພຽງ​ແຕ່​ການ​ຄ້າ​ຂາຍໂດຍ​ໂອນ​ເງິນ​ຜ່ານ​ທາງ​ທະ​ນາ​ຄານ​ເທົ່າ​ນັ້ນ, ພໍ່​ຄ້າ​ນຳ​ເຂົ້າ​ຂອງ​ມຽນ​ມາ​ຈຶ່ງ​ບໍ່​ມີ​ເງິນ​ສົດ​ທີ່​ພຽງ​ພໍ​ເພື່ອ​​ຊື້​ນ້ຳ​ມັນ.

   ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ກຸມ​ພາ ຈຳ​ນວນ​ການ​ນຳ​ເຂົ້ານ້ຳ​ມັນ​ກາ​ຊວນໄດ້​ຫຼຸດ​ລົງ63%ເມື່ອ​ທຽບ​ກັບ​ເດືອນ​ມັງ​ກອນ,ສ່ວນ​ຈຳ​ນວນ​ການ​ນຳ​ເຂົ້າ​ນ້ຳ​ມັນແອັດ​ຊັງໄດ້​ຫຼຸດ​ລົງ 40%.

ການນຳ​ເຂົ້ານ້ຳ​ມັນ​ສຳ​ເລັດ​ຮູບ​ໃນ​ເດືອນ​ກຸມ​ພາ​ຂອງ​ມຽນ​ມາ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,ລາ​ຄາ​ນ້ຳ​ມັນ​ຖີ​ບ​ສູງ​ຂຶ້ນ​ປະ​ມານ37%_fororder_1617272814

 

ຄຳ​ເຫັນ

0