黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເທດສະການຮູບເງົາດີເດັ່ນລາວ-ຈີນປະຈຳປີ 2021 ໄຂຂຶ້ນຢ່າງເປັນທາງການ

2021-03-15 17:11:31 cri

ເທດສະການຮູບເງົາດີເດັ່ນລາວ-ຈີນປະຈຳປີ 2021 ໄຂຂຶ້ນຢ່າງເປັນທາງການ_fororder_微信图片_20210315170957

ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ລາວ ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ(CRI) ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 ຂຶ້ນຢ່າງເປັນທາງການທີ່ຫໍວັດທະນະທໍາແຫ່ງຊາດໃນວັນທີ 15 ມີນານີ້ ໂດຍເປັນການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊາມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ແສງອາລຸນ ທີ່ປຶກສາສະຖານທູດ ສປ ຈີນ ປະຈໍາ ສປປ ລາວພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງລາວ-ຈີນ 500 ກວ່າຄົນເຂົ້າຮ່ວມແລະຊົມຮູບເງົາຈີນທີ່ພາກເປັນພາສາລາວຢ່າງຄຶກຄື້ນ.

ໂອກາດນີ້, ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາໄດ້ຕາງໜ້າຝ່າຍລາວຂື້ນມີຄຳເຫັນວ່າ: ໂດຍປະຕິບັດຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ກົມຮູບເງົາ ແລະ CRI ປະຈໍາລາວ ໄດ້ຮ່ວມກັນຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ສາມຄັ້ງໃນໄລຍະຜ່ານມາ ແລະຄັ້ງນີ້ເປັນຄັ້ງທີ 4 ແລ້ວ, ຊຶ່ງເທດສະການນີ້ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມລາວ ແລະໄດ້ກາຍເປັນກິດຈະກໍາທີ່ເຊື່ອມໂຍງຄວາມສໍາພັນໄມຕີຈິດມິດຕະພາບລະຫວ່າງປະຊາຊົນລາວ-ຈີນຢ່າງສະໜິດແໜ້ນ. ເຊື່ອໝັ້ນວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນ ຈະກາຍເປັນເວທີແຫ່ງການພົວພັນ ແລະແລກປ່ຽນວັດທະນະທຳລະຫວ່າງສອງຊາດໂດຍຜ່ານການຊົມຮູບເງົາຈີນທີ່ພາກເປັນພາສາລາວ ໂດຍສະເພາະຈະສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະຮຽນຮູ້ວັດທະນະທຳຈີນເພີ່ມຂຶ້ນ.

ທ່ານນາງ ແສງແກ້ວ ຫົວໜ້າອຳນວຍການວິທະຍຸສາກົນແຫ່ງປະເທດຈີນ (CRI)ປະຈໍາລາວໄດ້ກ່າວວ່າ: ນອກຈາກສາຍຮູບເງົາດີເດັ່ນລາວ-ຈີນຄືປີຜ່ານມາແລ້ວ, ປີນີ້ ທາງເຈົ້າພາບງານຍັງຈະມອບເຄື່ອງສາຍຮູບເງົາ ແລະອົບຮົມພະນັກງານວິຊາການໃຫ້ແກ່ບາງແຂວງທີ່ມີເງື່ອນໄຂ ເພື່ອເປັນການເປີດກວ້າງຂອບເຂດການສາຍຮູບເງົາເຄື່ອນທີ່ ແລະເຮັດໃຫ້ປະຊາຊົນຢູ່ທ້ອງຖິ່ນນັ້ນໆມີຄວາມອຸດົມສົມບູນທາງດ້ານຈິດໃຈຫຼາຍຂຶ້ນກວ່າເກົ່າ.

ເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 ໄດ້ເຊີນຊວນສິລະປິນທີ່ມີຊື່ສຽງ ແລະນັກພາກມືອາຊີບລາວມາຮ່ວມກັນພາກໃຫ້ກັບຮູບເງົາດີເດັ່ນຈີນ 4ເລື່ອງຄື ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40ປີຂອງພວກເຮົາ, ບວກກັບຮູບເງົາດີເດັ່ນລາວຈຳນວນໜຶ່ງ. ພາຍຫຼັງພິທີເປີດ, ທີມສາຍຮູບເງົາຍັງຈະອອກເດີນທາງໄປສາຍຮູບເງົາຢູ່ 8 ແຂວງຂອງລາວໂດຍບໍ່ເສຍຄ່າຄື ແຂວງຈໍາປະສັກ, ເຊກອງ, ຄໍາມ່ວນ, ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ແລະແຂວງຊຽງຂວາງ. ເທດສະການຮູບເງົາຄັ້ງນີ້ຈະດຳເນີນໄປຈົນຮອດທ້າຍເດືອນເມສາປີ 2021.

ຄຳ​ເຫັນ

0