黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເທດສະການຮູບເງົາດີເດັ່ນລາວ-ຈີນເລີ່ມເຄື່ອນໄຫວສາຍຮັບໃຊ້ມວນຊົນຢູ່ແຂວງຈໍາປາສັກ

2021-03-18 14:10:03 cri

ເທດສະການຮູບເງົາດີເດັ່ນລາວ-ຈີນເລີ່ມເຄື່ອນໄຫວສາຍຮັບໃຊ້ມວນຊົນຢູ່ແຂວງຈໍາປາສັກ_fororder_微信图片_20210318140709

 ທີມສາຍຮູບເງົາເຄື່ອນທີ່ຂອງເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 ໄດ້ເລີ່ມເຄື່ອນໄຫວສາຍຢູ່ແຂວງຈໍາປາສັກເປັນແຂວງທຳອິດແລ້ວ ນັບແຕ່ໃນວັນທີ 17 ມີນາ2021ເປັນຕົ້ນມາ, ໂດຍໄດ້ໄປສາຍຢູ່ເມືອງບາຈຽງ, ເມືອງສຸຂຸມາ ແລະ ຍັງໄດ້ເພີ່ມຮອບພິເສດສາຍຢູ່ກອງພົນທະຫານຮາບທີ 5 ຕາມຄໍາເຊີນຂອງກອງພົນດັ່ງກ່າວ ຊຶ່ງມີປະຊາຊົນ 2,000 ກວ່າຄົນເຂົ້າຊົມໂດຍບໍ່ເສຍຄ່າຢູ່ 3 ຈຸດດັ່ງກ່າວຢ່າງຄຶກຄື້ນມ່ວນຊື່ນ.

 ສະເພາະຢູ່ຈຸດສາຍກອງພົນຮາບທີ 5, ທ່ານ ພັນເອກ ສີປະເສີດ ເຜີຍຄໍາສິງ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງກອງພົນດັ່ງກ່າວ ໄດ້ຕາງໜ້າຄະນະພັກ ແລະກອງພົນທະຫານສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກະຊວງ ຖວທ ແລະ CRI ທີໄດ້ຈັດຕັ້ງເຄື່ອນໄຫວສາຍຮູບເງົາ ຊຶ່ງເປັນການສ້າງຄວາມສີວິໄລທາງດ້ານຈິດໃຈ ກໍຄືຄວາມເບີກບານມ່ວນຊື່ນ ແລະຄວາມສາມັກຄີຮັກແພງມາຍັງກົມກອງຂອງຕົນ, ຫວັງວ່າຜ່ານການຊົມຮູບເງົາເຫຼົ່ານີ້, ຜູ້ເຂົ້າຊົມຈະນໍາເອົາເນື້ອໃນກໍຄືບົດຮຽນແລະເຕັກນິກທີ່ໄດ້ຊົມຈາກຮູບເງົາໄປນຳໃຊ້ໃຫ້ເປັນປະໂຫຍດ ແລະເຊື່ອໝັ້ນວ່າຈະໄດ້ຊົມຮູບເງົາຈີນທີ່ພາກເປັນພາສາລາວຕື່ມອີກໃນອະນາຄົດ.

 ເພື່ອເປັນການສົ່ງເສີມວຽກງານທາງດ້ານວັດທະນະທໍາຂອງແຂວງຈໍາປາສັກ, ໃນຕອນເຊົ້າຂອງມື້ດຽວກັນຍັງໄດ້ຈັດພິທີມອບ-ຮັບເຄື່ອນສາຍຮູບເງົາໃຫ້ແກ່ພະແນກ ຖວທ ແຂວງຈໍາປາສັກພາຍໃຕ້ການເປັນສັກຂີພິຍານຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ຕາງໜ້າມອບໂດຍທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ແລະທ່ານນາງ ແສງແກ້ວ ຫົວໜ້າອຳນວຍການວິທະຍຸສາກົນແຫ່ງປະເທດຈີນ (CRI)ປະຈໍາລາວ ຕາງໜ້າຮັບໂດຍທ່ານນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກ ຖວທ ແຂວງ. ໂອກາດນີ້, ທ່ານນາງ ແສງສຸວັນ ຊຸຍພະສິດ ໄດ້ຕາງໜ້າອົງຄະນະພັກແຂວງສະແດງຄວາມຂອບໃຈຢ່າງສູງທີ່ກະຊວງ ຖວທ ແລະ CRI ໄດ້ມາສາຍຮູບເງົາດີເດັ່ນລາວ-ຈີນຢູ່ແຂວງຈໍາປາສັກອີກຄັ້ງ ພ້ອມທັງມອບເຄື່ອງສາຍຮູບເງົາທີ່ມີຄຸນນະພາບ ແລະຝຶກອົບຮົມເຕັກນິກໃໝ່ໃຫ້ກັບບຸກຄະລາກອນຂອງແຂວງ. ທ່ານຍັງໃຫ້ຄໍາໝັ້ນສັນຍາອີກວ່າຈະນໍາໃຊ້ເຄື່ອງມື ແລະຄວາມຮູ້ດັ່ງກ່າວໃຫ້ເກີດດອກອອກຜົນ,ແນໃສ່ເຮັດໃຫ້ປະຊາຊົນຂອງສອງຊາດລາວ-ຈີນ ມີຄວາມຮັກແພງສະໜິດສະໜົມເຊິ່ງກັນແລະກັນນັບມື້ຫຼາຍຂຶ້ນ.

 ເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 ໄດ້ເຊີນຊວນສິລະປິນທີ່ມີຊື່ສຽງ ແລະນັກພາກມືອາຊີບລາວມາຮ່ວມກັນພາກໃຫ້ກັບຮູບເງົາດີເດັ່ນຈີນ 4ເລື່ອງຄື ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40ປີຂອງພວກເຮົາ, ບວກກັບຮູບເງົາດີເດັ່ນລາວຈຳນວນໜຶ່ງ. ພາຍຫຼັງພິທີເປີດສາຍຮູບເງົາຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ,ໃນມື້ຕໍ່ມາທີມສາຍຮູບເງົາກໍໄດ້ອອກເດີນທາງໄປສາຍຮູບເງົາຢູ່ 8 ແຂວງຂອງລາວໂດຍບໍ່ເສຍຄ່າຄື ຈໍາປະສັກ, ເຊກອງ, ຄຳມ່ວນ, ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ແລະຊຽງຂວາງ.  ເທດສະການຮູບເງົາຄັ້ງນີ້ຈະດຳເນີນໄປຈົນຮອດທ້າຍເດືອນເມສາປີ 2021.

ຄຳ​ເຫັນ

0