蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນຫຼວງ​ພະ​ບາງ​ແລະ​ນະ​ຄອນ​ເລີ້​ຊານ​ຈີນ​ສ້າງ​​ຕັ້ງ​ເມືອງ​ແຮກ​ສ່ຽວ

2021-03-18 15:32:11 CRI

ວັນ​ທີ 17 ມີ​ນາ​ນີ້, ນະ​ຄອນ​ເລີ້​ຊານ​ແຂວງ​ເສ​ສວນ​ຈີນ ແລະ ນະ​ຄອນ​ຫຼວງ​ພະ​ບາງ​ຂອງ​ລາວ​ໄດ້​ເຊັນ​ສັນ​ຍາ​ສ້າງ​ຕັ້ງ​ເມືອງ​ແຮກ​ສ່ຽວ​​ຜ່ານທາງ​ອອນ​ລາຍ. ທ່ານ​ຈ່າງ​ທົງ ເຈົ້າ​ຄອງ​ນະ​ຄອນ​ເລີ້​ຊານ ແລະ ທ່ານ​ວຽງ​ທອງ ຫັດ​ສະ​ຈັນ ເຈົ້າ​ນະ​ຄອນຫຼວງ​ພະ​ບາງ​ໄດ້​ຕາງ​ໜ້າ​​ໃຫ້ສອງ​ນະ​ຄອນ​ດັ່ງ​ກ່າວ​ລົງ​ລາຍ​ເຊັນ​ໃນ​ສັນ​ຍາ​ດັ່ງ​ກ່າວ. ທ່ານຫຼີ​ຈື້​ກຸ່ງ ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ນະ​ຄອນຫຼວງ​ພະ​ບາງ​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເຊັນ​ສັນ​ຍາ​ທີ່​ນະ​ຄອນຫຼວງ​ພະ​ບາງ​ຕາມ​ຄຳ​ເຊື້ອ​ເຊີນ​ແລະ​ກ່າວ​ຄຳ​ປາ​ໄສຊົມ​ເຊີຍ.

ທ່ານ​ກ່າວ​ວ່າ: ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ສອງ​ນະ​ຄອນ​ໄດ້​ສົ່ງ​ຄະ​ນະ​ຜູ້​ແທນ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ເສດ​ຖະ​ກິດ​ການ​ຄ້າ ແລະ ຂົງ​ເຂດ​ອື່ນໆ, ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃກ້​ຊິດ. ​ການ​ທີ່ສອງ​ນະ​ຄອນ​ໄດ້​ສ້າງ​​ຕັ້ງເມືອງ​ແຮກ​ສ່ຽວ​ເປັນ​ໝາກ​ຜົນ​ທີ່​ໄດ້​ມາ​ຈາກ​ການ​ໄປ​ມາ​ຫາ​ສູ່​ກັນ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​​ອັນ​ເປັນ​ມູນ​ເຊື້ອມາ​ແຕ່​ດົນ​ນານ​ລະ​ຫວ່າງ​ສອງ​ນະ​ຄອນ, ​ທັງ​ເປັນ​ຂອງ​ຂວັນ​ອັນ​ລ້ຳ​ເລີດ​ເນື່ອງ​ໃນ​ໂອ​ກາດວັນ​ລະ​ນຶກ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ ແລະ ປີ​ມິດ​ຕະ​ພາບ​ຈີນ-ລາວ. ຫວັງ​ວ່າ: ສອງ​ຝ່າຍ​ຈະ​ຖື​ເອົາ​ການ​ເຊັນ​ສັນ​ຍາ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ, ການ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເຕັກ​ນິກ​ກະ​ສິ​ກຳ ແລະ ຂົງ​ເຂດ​ອື່ນໆ, ປະ​ກອບ​ສ່ວນ​ໃໝ່ໃຫຍ່ຫຼວງກວ່າ​ເກົ່າ ເພື່ອ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ຄຳ​ເຫັນ

0