尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຫວັງ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ມາ​ເລ​ເຊ​ຍ-ຈີນ​ກ້າວ​ຂຶ້ນ​ສູ່​ລະ​ດັບໃໝ່

2021-03-19 17:38:22 cri

ວັນ​ທີ 18 ມີ​ນາ​ນີ້, ​ສົມ​ເດັດ ອັບ​ດຸນ​ລາ ອາ​ຮາ​ມັດ ຊາ​ຮາ ​ລາ​ຊາ​ທິ​ບໍ​ດີ​ຂອງ​ມາ​ເລ​ເຊຍ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ ໂອ່ວ​ຢາງ​ຢູ້​​ຈີ້ງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​​ຄົນ​ໃໝ່​ຢູ່​ພະ​ລາ​ຊະ​ວັງ​ແຫ່ງ​ຊາດ​ກົວ​ລາ​ລຳ​ເປີ. ສັມ​ເດັດ ອັບ​ດຸນ​ລາ ກ່າວ​ວ່າ: ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ມາ​ເລ​ເຊຍ​ແລະ​ຈີນ​ໄດ້​ມີ​ມາ​ແຕ່​ບູ​ຮານ​ນະ​ການ. ສອງ​ຝ່າຍ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ທີ່​ດີ, ​ມີ​ການ​ປະ​ສານ​ສົມ​ທົບ​ດ້ານຜົນ​ປະ​ໂຫຍດ​​ຕໍ່​ກັນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ປະ​ຊາ​ຊົນ​​ສອງ​ປະ​ເທດ​ກໍມີ​ຄວາມ​ເຂົ້າ​ໃຈ​ແລະ​ມີ​ຄວາມສະ​ໜິດ​ສະ​ໜົມ​ກັນ. ຫວັງ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ມາ​ເລ​ເຊຍ-ຈີນ​ຈະ​ສືບ​ຕໍ່​ກ້າວ​ຂຶ້​ນ​ສູ່​ລະ​ດັບ​ໃໝ່, ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ ​ສອງ​ປະ​ເທດ​ໄດ້ດີກວ່າ​ເກົ່າ.
 

      ທ່ານ ໂອ່ວ​ຢາງ​ຢູ້​​ຈິ້ງ ກ່າວ​ວ່າ: ການ​ພົວ​ພັນ​​ມິດ​ຕະ​ພາບລະ​ຫວ່າງ​ຈີນ-ມາ​ເລ​ເຊຍ​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ, ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສອງ​ປະ​ເທດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ລະ​ຫວ່າງ​ສອງ​ຝ່າຍ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ທ່ານ​ກ່າວ​ວ່າ​ຈີນຈະ​ສຸມ​ທຸກ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ມາ​ເລ​ເຊຍ​ໃຫ້​ສູງ​ຂຶ້ນ,ປັບ​ປຸງ​ແລະ​​ເສີມ​ຂະ​ຫຍາຍມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ຊາດໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ຄຳ​ເຫັນ

0