刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ

2021-03-22 12:44:28 cri

 

ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີມາດຖານເງື່ອນໄຂ ແລະເປົ້າໝາຍຜູ້ຈະຖືກເລືອກຕັ້ງໃຫ້ເປັນປະທານປະເທດ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ແລະລົງຄະແນນສຽງ ເປັນເອກະສັນກັນເລືອກເອົາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຂຶ້ນເປັນປະທານປະເທດ ແຫ່ງ ສປປ ລາວ ຄົນໃໝ່.

 

ທ່ານ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ_fororder_微信图片_20210322141407

ຄຳ​ເຫັນ

0