曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຂອງກຳປູເຈຍໄດ້ສ້າງສະຖິຕິ ໃໝ່

2021-03-28 15:53:38 cri

ວັນ​ທີ 27 ມີ​ນາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເນຍ​ໄດ້ແຈ້ງ​ການ​ວ່າ, ໃນ​ມື້​ ຜ່ານ​ມາ, ກຳ​ປູ​ເຈຍ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 179 ກໍ​ລະ​ນີ, ເປັນ​​ມື້​ໜຶ່ງ​ທີ່​ມີຜູ້​ຖືກ​ບົ່ງ​ມະ​ຕິ​​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຫຼາຍ​ທີ່​ສຸດ​ພາຍ​ຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເປັນ​ຕົ້ນ​ມາ, ມາ​ຮອດ​ປັດ​ຈຸ​ບັນ, ຢູ່​ກຳ​ປູ​ເຈຍ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວ​ມີ​ທັງ​ໝົດ 2147 ກໍ​ລະ​ນີ.

ກະ​ຊວງ​ສາ​ທາ​ລ​ນະ​ສຸກ​ກຳ​ປູ​ເຈຍ​ກ່າວ​ວ່າ, ​ໃນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ 179 ກໍ​ລະ​ນີ​ມີ 1 ກໍ​ລະ​ນີ​ມາ​ຈາກ​ຕ່າງ​ປະ​ເທດ, ​ອີກ 178 ກໍ​ລະ​ນີ​ແມ່ນ​ເກີດ​ຂຶ້ນ​ພາຍ​ໃນ​ປະ​ເທດ​ຕົນ. ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 27 ມີ​ນາ​ນີ້, ທັງ​ໝົດ​ມີ 9 ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19, ​ແລະ​ປົວ​ໃຫ້​ຫາຍ​ດີ 1132 ຄົນ.

ເລ​ຂາ​ລັດ​ຖະ​ກິດ​ທັງ​ເປັນໂຄ​ສົກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ກ່າ​ວ​ໃນແຈ້ງ​ການ​ວ່າ, ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ກຳ​ປູ​ເຈຍ​​ແມ່ນ​ຂ້ຽວ​ຂາດ​ຫຼາຍ, ​ຈຶ່ງຮຽກ​ຮ້ອງ​ໄປ​ຍັງ​ປະ​ຊາ​ຊົນ​ຈົ່ງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຄັ່ງ​ຄັດ, ຖ້າ​ບໍ່​ຈຳ​ເປັນ​ກໍ​ບໍ່​ອອກ​ນອກ​ເຮືອນ.

ຄຳ​ເຫັນ

0