曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າໜ້າທີ່ທະຫານມຽນມາກ່າວຢ້ຳວ່າຈະຈັດການເລືອກຕັ້ງທົ່ວໄປຄືນໃໝ່

2021-03-28 15:54:13 cri

ວັນ​ທີ 27 ມີ​ນາ​ນີ້, ທ່ານມິນ​​ອອງ​ລາຍ ຜູ່​ບັນ​ຊາ​ການ​ໃຫຍ່ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ກ່າວ​ວ່າ, ພາຍ​ຫຼັງ​ພາ​ວະ​ສຸກ​ເສີນ​ສິ້ນ​ສຸດ​ແລ້ວ, ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄືນ​ໃໝ່, ແລະ​ມອບໂອມ​ອຳ​ນາດ​​ການ​ປົກ​ຄອງ​ປະ​ເທດ.

ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ມ​ຽນ​ມາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​​ແຫ່ງ​ຊາດ. ​ເຈົ້າ​ໜ້າ​ທີ່ທະ​ຫານ​ກັບ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາ​ ຫຼື NLD ໄດ້​ເກີດ​ຄວາມ​ເຫັນຂັດ​ແຍ້ງກັນ​ຕໍ່ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້, ​ເຈົ້າ​ໜ້າ​ທີ່ທະ​ຫານ​ເຫັນ​ວ່າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ມີ​ການ​ກະ​ທຳ​ສໍ້​ໂກງ. ວັນ​ທີ 1 ກຸມ​ພາ​ປີ​ນີ້, ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ນາງ​​ອອງ​ຊານ​ຊູ​ຈີ ທີ່​ເປິກ​ສາ​ແຫ່ງ​ລັດ​ມຽນ​ມາ​ແລະ​ເຈົ້າ​ໜ້າ​ທີ່​​ຂັ້ນ​ສູງ​ຂອງ NLD ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່ທະ​ຫານ​ຄຸມ​ຂັງ. ​ຈາກ​ນັ້ນ, ​ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​ປະ​ກາດ​ປະ​ຕິ​ບັດພາ​ວະ​ສຸກ​ເສີນ​ເປັນ​ເວ​ລາ 1 ປີ, ອຳ​ນາດ​ລັດ​ໄດ້​​ຖືກມອບ​ໃຫ້​ທ່ານ​ມິນ​​ອອງ​ລາຍ ຜູ່​ບັນ​ຊາ​ການ​ໃຫຍ່ກອງ​ທັບປ້ອງ​ກັນ​ປະ​ເທດມຽນ​ມາ.

ຄຳ​ເຫັນ

0