黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ໄດ້​ປິດພະ​ບໍ​ລົມມະ​ຫາ​ລາ​ຊະ​ວັງທີ່​ບາງກອກ​ອີກ​ຄັ້ງ​ໃໝ່

2021-04-15 11:05:25 CRI

ສຳນັກ​ພະ​ລາ​ຊະ​ວັງ​ຂອງ​ໄທ​ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 13 ເມ​ສານີ້​ວ່າ: ​ໄດ້​ປິດ​ສະ​ຖານ​ທີ່​ທ່ອງ​ທ່ຽວຂອງ​ລາ​ຊະ​ສຳ​ນັກ​ແຫ່ງຕ່າງໆ ເຊັ່ນ: ພະ​ບໍ​ລົມ​ມະ​ຫາ​ລາ​ຊະ​ວັງ ແລະ ວັດ​ພະ​ແກ້ວ​ເປັນ​ຕົ້ນ ນັບ​ແຕ່​ມື້​ອອກ​ແຈ້ງ​ການເປັນ​ຕົ້ນ​ໄປ ຈົນ​ກວ່າສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈະດີ​ຂຶ້ນ.

ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ລາ​ຊະ​ສຳ​ນັກ​ຂອງ​ໄທ​ໄດ້​ປິດ ແລະ ເປີດ​ຄືນ​ໃໝ່ຫຼາຍ​ເທື່ອ​ໃນ​ໄລ​ຍະ​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ​ຄັ້ງຫຼ້າ​ສຸດໄດ້​ປິດ​ໃນ​ວັນ​ທີ 4 ມັງ​ກອນ​ປີນີ້, ໃນ​ໄລ​ຍະ​ນັ້ນ​ຢູ່​ໄທ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮອບ​ທີ 2 ແລະ ພາຍຫຼັງ​​ສາ​ມາດຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ແລ້ວ ກໍ​ໄດ້​ເປີດ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ວັນທີ 4 ມີ​ນາ​ຜ່ານ​ມາ.

ວັນທີ 13 ເມສານີ້, ຢູ່ໄທມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 965 ກໍລະນີ ເຊິ່ງເປັນມື້ທີ 3 ຕິດ​ຕໍ່​ກັນທີ່ມີຜູ້ຕິດພະຍາດດັ່ງກ່າວເພີ່ມຂຶ້ນເກືອບ 1.000 ກໍລະນີ, ສ່ວນຢູ່ນະຄອນຫຼວງບາງກອກໄດ້ກາຍເປັນໃຈກາງຂອງການ​ແຜ່ລະບາດຮອບໃໝ່ນີ້. ນັບແຕ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີກາຍເປັນຕົ້ນມາ, ທົ່ວປະເທດໄທ ໄດ້ມີຜູ້ເປັນພະຍາດມີທັງໝົດເຖິງ 34.575 ກໍລະນີ, ປິ່ນປົວໃຫ້ຫາຍດີແລ້ວ 28.288 ກໍລະນີ, ມີຜູ້ເສຍຊີວິດ 97 ຄົນ, ອັດຕາການຕາຍແມ່ນ 0,28%.

ຄຳ​ເຫັນ

0