黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ນຳ​ໜ້າໝູ່​ຮັບ​ຮອງ​ສັນ​ຍາ RCEP ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ສະ​ມາ​ຊິກ

2021-04-19 16:32:24 cri

ວັນ​ທີ 15 ເມ​ສາ​ນີ້, ທ່ານ​ເຕີ້ງ​ຊີ​ຈຸ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ມອບ​ເອ ​ກະ​ສານ​ການ​ຮັບ​ຮອງສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານຂອງ​ພາກ​ພື້ນຫຼື RCEP ໃຫ້​ແກ່​ທ່ານ​ລິມ​ຈອກ​ໂຮຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນຢ່າງ​ເປັນ​ທາງ​ການ. ນີ້​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ເຮັດ​ສຳ​ເລັດ​ທຸກ​ຂັ້ນ​ຕອນ​ຂອງລະ​ບຽບ​ການ​​ການ​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ສັນ​ຍາ RCEP ຢ່າງ​ເປັນ​ທາງ​ການ, ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ສຳ​ເລັດການ​ໃຫ້​ສັດ​ຕະ​ຍາ​ບັນ​ດັ່ງ​ກ່າວ​ໃນປະ​ເທດ​ສະ​ມາ​ຊິກ RCEP.

ເຈົ້າ​ໜ້າ​ທີ່​ການ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ​ຈີນ​ພວມ​ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ການ​ກະ​ກຽມ​ດ້ານ​ເຕັກ​ນິກ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ RCEP, ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ເທດ​ຕົນ​ສາ​ມາດ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ​​ໄດ້ຢ່າງ​ຮອບ​ດ້ານ​ໃນ​ເວ​ລາ​ສັນ​ຍາ RCEP ມີ​ຜົນ​ບັງ​ຄັບ​ໃຊ້.

​ສະ​ມາ​ຊິກ​ຂອງ RCEP ມີ​ 15 ປະ​ເທດ​, ມີລວມຍອດ​ປະ​ຊາ​ກອນ​ລວມ​ກັນ​ຫຼາຍກວ່າ 2,2 ຕື້​ຄົນ, ​ທັງຈຳ​ນວນ​ປະ​ຊາ​ກອນ, GDP ແລະ​ມູນ​ຄ່າ​ການ​ຄ້າ​ລ້ວນ​ແຕ່​​ກວມ​ຫຼາຍກວ່າ 30% ຂອງ​ໂລກ. ໃນ​ຖາ​ນະ​ເປັນ​ສັນຍາ​ການ​ຄ້າ​ເສ​ລີ​ທີ່​ມີ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ​ແລະ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ພາຍ​ຫຼັງ​ເຊັນສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນເປັນ​​ເວ​ລາ 3 ເດືອນ​ມາ​ນີ້, ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ RCEP ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໂລກ. ຈີນ​ນຳ​ໜ້າ​ໝູ່​ເຮັດ​ສຳ​ເລັດ​ລະ​ບຽບ​ການກວດ​ກາ​ແລະ​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​​ສັນ​ຍາ RCEP,  ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ເລັງ​ລັດ​ການ​ຊຸກ​ຍູ້​ສັນ​ຍາ RCEP ​ໃຫ້​ສາ​ມາດປະ​ຕິ​ບັດ​​ໄດ້ຕົວ​ຈິງ​.

ນອກ​ຈາກ​ປະ​ເທດ​ຈີນ​ແລ້ວ, ປະ​ເທດ​ໄທ​ກໍ​ໄດ້​​ຜ່ານ​ການ​ຮັບ​ຮອງສັນ​ຍາ​ດັ່ງ​ກ່າວ, ​ສ່ວນ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ສັນ​ຍາ RCEP ​ກໍ​ຈະ​ສາ​ມາດ​ຮັບ​ຮອງ​ສັນ​ຍາ​ RCEP ​ໄດ້ກ່ອນ​ທ້າຍ​ປີ​ນີ້. ​ຖ້າ​ຫາກ​ບໍ່​ມີ​ເຫດ​ການ​ທີ່​ເໜືອ​ການ​ຄາດ​ຄິດ, ພາຍ​ຫຼັງ​ສັນ​ຍາ RCEP ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນ​ປີ 2022 ແລ້ວ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ, ໝາກ​ໄມ້, ກາ​ເຟ​ແລະ​ອື່ນໆ​ຂອງ​ປະ​ເທດ​ລາວ​ແລະ​ປະ​ເທດ​ອາ​ຊຽນ​ອື່ນໆ​ກໍ​ຈະສາ​ມາດ​​ເຂົ້າ​ສູ່​ຕະ​ຫຼາດ​ຈີນ​ດ້ວຍ​​ອັດ​ຕາພາ​ສີ​ທີ່​ຕ່ຳ​ກວ່າ​ເກົ່າ, ນີ້​​ຖື​ວ່າເປັນ​ຂ່າວ​ດີ​ແທ້ໆ​ສຳ​ລັບ​ປະ​ຊາ​ຊົນ​ທັງ​ສອ​ງ​ຝ່າຍ.

​ການ​ທີ່ຈີນ​ນຳ​ໜ້າ​ໝູ່​ໃນ​ການ​ຮັບ​ຮອງ​ສັນ​ຍາ RCEP , ມີ​ຜົນ​ດີ​ທີ່​ເຮັດ​ໃຫ້ຕະ​ຫຼາດ​ມີ​ຄວາມ​ໝັ້ນ​ທ່ຽງກວ່າ​ເກົ່າ. ເຖິງ​​ວ່າການ​ເຊັນ​ສັນ​ຍາ RCEP ໄດ້​ຜ່ານ​ການ​ເຈ​ລະ​ຈາ​ເຖິງ 28 ຮອບ​ແລະ​ໃຊ້​ເວ​ລາ​ເຖິງ 8 ປີ​ກໍ​ຕາມ, ແຕ່​ສຳ​ລັບ​ທົ່ວ​ໜ່ວຍ​ທຸກ​ລະ​ກິດ​ທາງ​ຕະ​ຫຼາດ​ສ່ວນ​ຫຼາຍ​ແລ້ວ, ສັນ​ຍາ RCEP ຍັງ​ແມ່ນ​ເລື່ອງ​ໃໝ່. ຈີນ​ນຳ​ໜ້າ​ໝູ່​ຮັບ​ຮອງ​ສັນ​ຍາ RCEP, ໄດ້​ເປັນ​ການ​ສະ​ໜອງ​ຄວາມກ​ກຽມ​ດ້ານ​ເຕັກ​ນິກ​ແລະ​ໄລ​ຍະ​ເວ​ລາ​ທີ່​ລ້ຳ​ຄ່າ​ໃຫ້​ແກ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ທາງ​ຕະ​ຫຼາດ​ອັນ​ໄພ​ສານ​ໃນ​ການ​ຄຸ້ນ​ເຄີຍ​ກົດ​ການ​ສະ​ສົມ​ຂອງລະ​ບຽບ​ການ​ຮ້ອງ​ຂໍ້​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ແລະ​ອື່ນໆ, ເພື່ອ​ຈະ​ໄດ້​ນຳ​ໃຊ້​ກົດ​ລະ​ບຽບ​ການ​ຄ້າ​ສາ​ກົນ​ໃໝ່​ໃຫ້​ດີ​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ.

ການ​ທີ່ຈີນ​ນຳ​ໜ້າ​​ໝູ່​ຮັບ​ຮອງ​ສັນ​ຍາ RCEP, ຍັງມີ​ໝາຍ​ຄວາ​ມ​ວ່າ​ຈີນ​ໄດ້​ກ້າວ​ໄປ​ໜ້າ​ອີກ​ບາດ​ກ້າວ​ໜຶ່ງ​ໃນ​ດ້ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ຈີນ​ກໍ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ RCEP, ​ທັງ​ເປັນ​ການ​ເພີ່ມ​ພະ​ລັງ​ຊີ​ວິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດຂອງ​ພາກ​ພື້ນ.

ກ່ອນ​ນີ້ 20 ປີ, ​ຈີນ​ໄດ້​ຖືກ​ຮັບ​ຮອງ​ໃຫ້ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO, ຈີນ​ໄດ້​ເຮັດ​ບົດ​ບາດ​ເປັນ​ປະ​ເທດປະ​ສານ​ສົມ​ທົບ​ໃນ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ; ປັດ​ຈຸ​ບັນ, ຈີນ​ໄດ້​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ດ້ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ດ້ວ​ຍ​ທ່າ​ທີ​ອັນ​ໃໝ່​ອ່ຽມ. ຍ້ອນ​ວ່າ​​ພໍ​ດີຖືກ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື, ແລະ​ໄດ້​ເຕົ້​າ​ໂຮມ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ກັນ​ຂອງ​ປະ​ເທດ​ສະ​ມາ​ຊິກ, ​ສັນ​ຍາ RCEP ຈະ​ເປັນ​ການ​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ໃນ​ອະ​ນາ​ຄົດ​ຢ່າງ​ແນ່ນອນ. ຄວາມ​ຈິງ​ຈະ​ພິ​ສູດ​ໃຫ້​ເຫັນ​ວ່າ: ການ​ຄ້າ​ເສ​ລີ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຈຶ່ງ​ແມ່ນ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ປະ​ຫວັດ​ສາດ.

ຄຳ​ເຫັນ

0