ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນຖານະທີ່ເປັນປະເທດສະມາຊິກຜູ້ສ້າງຕັ້ງເວທີປຶກສາຫາລືອາຊີໂປອາວ, ທ່ານນາງໂກລເຣຍ ມາກາປາການ ອາໂຣໂຢ, ອະດີດປະທານາທິບໍດີຟິລິບປິນ ໄດ້ມີສາຍພົວພັນອັນແໜ້ນແຟ້ນກັບເວທີປຶກສາຫາລືດັ່ງກ່າວ: ໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວຄັ້ງປະຖົມມະເລີກທີ່ຈັດຂຶ້ນໃນປີ 2002, ທ່ານນາງອາໂຣໂຢໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມຕາມຄຳເຊີນ ໃນຖານະເປັນປະທານາທິບໍດີຟິລິບປິນ; ໃນປີ 2007, ທ່ານນາງ ອາໂຣໂຢ ໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວ; ໃນປີ 2018, ທ່ານນາງ ອາໂຣໂຢ ຍັງໄດ້ຮັບເລືອກຕັ້ງເປັນກຳມະການບໍລິຫານເວທີປຶກສາຫາລືອາຊີໂປອາວ. ສາມາດເວົ້າໄດ້ວ່າ: ທ່ານນາງ ອາໂຣໂຢ ໄດ້ເປັນສັກຂີພິຍານໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງເວທີປຶກສາຫາລືອາຊີໂປອາວຕະຫຼອດໄລຍະ 20 ປີທີ່ຜ່ານມາ.
ໜຶ່ງໃນຫົວຂໍ້ຕ່າງໆທີ່ສຳຄັນຂອງກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວປີນີ້ກໍຄື ການຄົ້ນຄວ້າ ແລະປຶກສາຫາລື “ແຜນການອາຊີ”ກ່ຽວກັບການບໍລິຫານໂລກ. ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ການພັດທະນາເສດຖະກິດໂລກມີຄວາມບໍ່ແນ່ນອນເພີ່ມຂຶ້ນ. ທ່ານນາງ ອາໂຣໂຢ ເຫັນວ່າ, ໃນຈຸດເວລາຄືແນວນີ້, ປະເທດຕ່າງໆຄວນປະຕິບັດການຮ່ວມມືທີ່ຕິດແທດຕົວຈິງ ເພື່ອສະແຫວງຫາວິທີແກ້ໄຂບັນຫາດັ່ງກ່າວ ດ້ວຍທ່າທີທີ່ຕັ້ງໜ້າ. ຕໍ່ກັບວຽກງານນີ້, ເວທີປຶກສາຫາລືອາຊີໂປອາວສາມາດເສີມຂະຫຍາຍທ່າແຮງຂອງຕົນ ເພື່ສົ່ງສຽງອາຊີທີ່ເຮັດໃຫ້ທົ່ວໂລກສົນໃຈ.
ຄຳເຫັນ
0