覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຕີ​ມໍ​ເລັ​ສ​ເຕ​ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອຂອງ​ຈີນ​ໃຫ້​ກັບ​ປະ​ເທດ​ຕົນໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​

2021-04-22 14:40:33 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ໂທ​ເມ​ຕັນ​ຣູກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ມໍ​ເລັ​ສ​ເຕ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ ​ຊ່ຽວ​ຈ້ຽນ​ໂກວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຕີ​ມໍ​ເລັ​ສ​ເຕ, ທ່ານ​ຣູກໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ, ວິ​ສາ​ຫະ​ກິດ​ຈີນ​, ຊາວ​ຈີນ​​​ທີ່ຢູ່​ຕີ​ມໍ​ເລັ​ສ​ເຕແລະ​ຄົນ​ຕີ​ມໍ​ເລັ​ສ​ເຕ​ເຊື້ອ​ສາຍ​ຈີນ​ທີ່​ໄດ້​ຮ່ວມ​ກັນ​ກັບ​ປະ​ຊາ​ຊົນ​ຕີ​ມໍ​ເລັ​ສ​ເຕ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ເວ​ລາ​ປະ​ສົບ​ໄພ​ນ້ຳ​ຖ້ວມ, ທັງ​ໄດ້​ໃຫ້​ການ​ສະ​ໜັ​ບ​ສະ​ໜູນ​ແລະ​ ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແກ່​ຕີ​ມໍ​ເລັ​ສ​ເຕ​ໃນ​ການ​ຕ້ານ​ໄພ​ແລະ​ກູ້​ໄພ. ທ່​ານ​ຫວັງ​ວ່າ: ຈີນ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແຜນ​ການ​ສ້າງ​ສາ​ພັດ​ທະ​ນາ​ຕີ​ມໍ​ເລັ​ສ​ເຕ​ຄືນ​ໃໝ່​ ເພື່ອ​ຊ່ວຍ​ຕີ​ມໍ​ເລັ​ສ​ເຕ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ.
 

   ຕົ້ນ​ເດືອນ​ເມ​ສາ​ນີ້, ເຂດ​ແຄວ້ນ​ສ່ວນ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຕີ​ມໍ​ເລັ​ສ​ເຕ​ໄດ້​ປະ​ສົບ​ໄພ​ພິ​ບັດ​ຈາກ​ຝົນ​ຕົກ​ໜັກ, ກອງ​ທຶນ​ເພື່ອ​ເດັກ​ນ້ອຍຂອງ​ອົງ​ການສະ​ຫະ​ປະ​ຊ​າ​ຊາດຫຼື ຢູ​ນີ​ເຊັ​ຟ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນ​ໄພ​ພິ​ບັດ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ໄພ​ນ້ຳ​ຖ້ວມ​ແລະ​ ​ພູ​ເຈື່ອນ​​ໄດ້ເຮັດ​ໃຫ້​ທົ່ວ​ປະ​ເທດ​ຕີ​ມໍ​ເລັ​ສ​ເຕ​ມີ​ຜູ້​ເສຍ​ຊີ​ວິດ 45 ຄົນ, ປັດ​ຈຸ​ບັນ​ຍັງ​ມີຫຼາຍກວ່າ 8000 ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ໄປ​ສະ​ຖານ​ທີ່​ປ​ອດ​ໄພ. ຕີ​ມໍ​ເລັ​ສ​ເຕ​ໄດ້​ປະ​ກາດວ່າ ປະ​ເທດ​ຕົນ​ເຂົ້າ​ສູ່​ພາ​ວະ​ໄພ​ພິ​ບັດ​ນັບ​ແຕ່​ວັນ​ທີ 8 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ.
 

ພາຍຫຼັງ​ໄພ​ພິ​ບັດ​ເກີດ​ຂຶ້ນ​ແລ້ວ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຈີນ​ຢູ່ຕີ​ມໍ​ເລັ​ສ​ເຕ​ໄດ້​ອອກ​​ແຈ້ງ​ການ​ກ່ຽວ​ກັບ​ກາ​ນ​ບໍ​ລິ​ຈາກ​ເພື່ອ​ຊ່ວຍ​ເຫຼືອ​ຕີ​ມໍ​ເລັ​ສ​ເຕ​ຕ້ານ​ໄພ​ນ້ຳ​ຖ້ວມ​ໄປ​ເຖິງ​ສະ​ມາ​ຊິກ​​ໃນສະ​ມາ​ຄົມ​​ຂອງ​ຕົນຢ່າງ​ທັນ​ເວ​ລາ,  ສ່ວນ​ວິ​ສາ​ຫະ​ກິດ​ຈີນ​ຢູ່​ຕີ​ມໍ​ເລັ​ສ​ເຕ​ກໍ​ໄດ້​ຕອບ​ຮັບ​ແຈ້ງ​ການ​ດັ່ງ​ກ່າວ​ຢ່າງ​ຕັ້ງ​ໜ້າ, ໂດຍ​ໄດ້​​ດຳ​ເນີນ​ການເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ກູ້​ໄພ. ວິ​ສາ​ຫະ​ກິດ​ຈີນ​ຍັງ​ໄດ້​ສົ່ງ​ພະ​ນັກ​ງານ​ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ກູ້​ໄພ​ຢູ່​ນະ​ຄອນຫຼວງ​ດີ​ລີ ເພື່ອ​ຊ່ວຍ​ອົງ​ການ​ປົກ​ຄອງທ້ອງ​ຖິ່ນ​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ສະ​ຖານ​ທີ່​ປອດ​ໄພ.

ຄຳ​ເຫັນ

0