刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

23 ເມສາ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 65 ຄົນ ຢູ່ ສປປ ລາວ

2021-04-23 16:49:21 cri

23 ເມສາ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 65 ຄົນ ຢູ່ ສປປ ລາວ_fororder_微信图片_20210423164732


     ວັນທີ 23 ເມສາ 2021, ເຈົ້າໜ້າທີ່ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານວ່າ: ຜົນກວດວິເຄາະທົ່ວປະເທດທັງໝົດ 1292 ຄົນ ແລະ ພົບຜູ້ຕິດເຊື້ອໃໝ່ 65 ຄົນ ໃນພົບຢູ່ນະຄອນຫຼວງ 60 ຄົນ ເຫຼືອນັ້ນແມ່ນພົບຢູ່ແຂວງບໍ່ແກ້ວ 2 ຄົນ , ແຂວງວຽງຈັນ 1 ຄົນ ແລະຈໍາປາສັກ 2 ຄົນ.
     ສໍາລັບຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອທັງ 65 ກໍລະນີ, ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ ແລະໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
    ປັດຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ ສປປ ລາວເພີ່ມຂຶ້ນ 159 ຄົນ,ປິ່ນປົວຫາຍດີ 49 ຄົນ.

ຄຳ​ເຫັນ

0