黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປັບ​ຫຼຸດ​ຄາດ​ໝາຍຈຳ​ນວນ​ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ປະ​ເທດ​ຕົນ

2021-04-25 10:55:23 cri

    ວັ​ນ​ທີ 23 ເມ​ສາ​ນີ້​, ທ່ານ​ພິ​ພັດ ຣາ​ຊະ​ກິດ​ປ​ຣະ​ການ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວແລະ​ກິ​ລາ​ໄທ​ໄດ້​ເປີດ​ເຜີຍ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຮອບ​ທີ 3 ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ໄທ​ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ທີ່​ຈະ​ເດີນ​ທາງ​ມາ​ທ່ຽວ​ປະ​ເທດ​ໄທ​ໃນ​ປີ 2021 ຈະ​ຫຼຸດ​ລົງ​ປະ​ມານ​ເຄິ່ງ​ໜຶ່ງ, ສະ​ນັ້ນ​ລັດ​ຖະ​ບານ​ໄທ​ຈຶ່ງ​ໄດ້​ປັບ​ຫຼຸດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​​ຈະ​ເດີນ​ທາງ​ມາທ່ຽວ​ປະ​ເທດ​ໄທ​ຈາກ 6,5 ລ້ານ​ເທື່ອ​ຄົນ​ລົງ​ເຫຼືອ 3 ລ້ານ​ຫຼື 4 ລ້ານ​ເທື່ອ​ຄົນ. ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ເຊັ່ນ​ກັນ, ເຊິ່ງຈາກ 1.218 ຕື້​ບາດ​ເຊິ່ງ​ເປັນ​ຍອດ​ລາຍ​ຮັບ​ການ​ທ່ອງ​ທ່ຽວ​ໃນ​ປີ 2021 ​ຈະຫຼຸດ​ລົງ​​ເຫຼືອ 850 ຕື້​ບາດ.

ຄຳ​ເຫັນ

0