尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກິດ​ຈະ​ກຳ​ຮັດ​ແໜ້ນ​ມິດ​ຕະ​ພາບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 6

2021-04-25 16:47:05 cri

      ວັນ​ທີ 24 ເມ​ສາ​ນີ້, ກິດ​ຈະ​ກຳ​ຮັດ​ແໜ້ນ​ມິດ​ຕະ​ພາບ​​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຕຸ່ງ​ຊີ່ງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ​ແລະ​ເມືອງບິນ​ລຸຍ​​ແຂວງກວາງ​ນິງຂອງ​ຫວຽດ​ນາມ​ກໍ​ຄື​ດ່ານ​ທີ່​ກ່ຽວ​ຂ້ອງ, ທ່ານ ເວີ້ຍ​ເຟີ້ງ​ເຫີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ແລະ ທ່ານ ​ຟານ​ວັນ​ກຽງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ຕ່າງ​​ກໍໄດ້​ນຳ​ພາຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ.
 

      ໃນ​ການ​ພົບ​ປະ, ທ່ານ ເວີ້ຍ​ເຟີ້ງເຫີ ກ່າ​ວວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທາງ​ຍຸດ​ທະ​ສາດ​​ຈາກທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​​ແລະທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວນ​ຟູ​​ຈ້ອງ, ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ຍິນ​ດີ​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ,ເພີ່ມ​ພະ​ລັງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຊາດ-ສອງກອງ​ທັບ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.
 

      ທ່ານ ຟານ​ວັນ​ກຽງ ກ່າວ​ວ່າ: ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັບ​ຈີນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ລາດ​ຕະ​ເວນ​ຮ່ວມ,ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ,

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ຮ່ວມ​ມື​ດ້ານ​ອື່ນໆ,ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ,ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳ​ເຫັນ

0