郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍອະ​ນຸ​ມັດໃຫ້​ນຳ​ໃຊ້ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງຊີ​ໂນ​ຟາມຈີນ​ໂດຍດ່ວນ

2021-05-02 15:46:54 cri

ອິນ​ໂດ​ເນ​ເຊຍອະ​ນຸ​ມັດໃຫ້​ນຳ​ໃຊ້ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງຊີ​ໂນ​ຟາມຈີນ​ໂດຍດ່ວນ_fororder_991173828

ວັນ​ທີ30ເມ​ສາ​ແລ້ວນີ້ ກົມ​ຕິດ​ຕ​າມ​ຄຸ້ມ​ຄອງຢາ​ແລະ​ອາ​ຫານ​ຂອງ​ອິນ​ໂດ​ເນ​ເຊຍ​ປະ​ກາດ​ວ່າ,ໄດ້​ອະ​ນຸ​ມັດໃຫ້​ນຳ​ໃຊ້​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19​ທີ່​ກຸ່ມ​ບໍ​ລິ​ສັດຊີ​ໂນ​ຟາມ​ຈີນ​ຄົ້ນ​ຄວ້າ​ຜະ​ລິດນັ້ນ​ໂດຍ​ດ່ວນ. ວັກ​ຊີນ​ດັ່ງ​ກ່າວ​ຈະຖືກ​ນຳ​ໃຊ້​ໃນ“ແຜນ​ການສັກ​ວັກ​ຊີນແບບ​ຊ່ວຍ​ເຫຼືອກັນ”ຂອ​ງ​ອິນ​ໂດ​ເນ​ເຊຍ.

ທ່ານ​ນາງ​ເພນນີ ລຸ​​ເກ​ໂ​ຕ ຫົວ​ໜ້າ​ກົມ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ​ແລະ​ອາ​ຫານ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​​ຂ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ວັກ​ຊີນ​ຂອງ​ຊີ​ໂນ​ຟາມ​ຈີນ​ ມີ​ລະ​ດັບ​ຄວາມ​ປອດ​ໄພ​ສູງ.

“ແຜນ​ການສັກ​ວັກ​ຊີນແບບ​ຊ່ວຍ​ເຫຼືອກັນ​”ຂອ​ງ​ອິນ​ໂດ​ເນ​ເຊຍຈະ​ເລີ່ມປະ​ຕິ​ບັດ​ແຕ່​ເດືອນ​ພຶດ​ສະ​ພານີ້​ເປັນ​ຕົ້ນ​ໄປ, ເຊິ່ງ​ຈະ​ອະ​ນຸ​ມັດ​ໃຫ້​ອົງ​ການ​ເອ​ກະ​ຊົນ​ຂອງ​ອິນ​ໂດ​ເນ​ເຊຍ​ຈັດ​ຊື້​ວັກ​ຊີນ​ແລະ​ໃຫ້​ການ​ບໍ​ລິ​ການ​ສັກ​ວັກ​ຊີນ, ເພື່ອ​ສະ​ໜັບ​ສະ​ໜູນ​ແຜນ​ການ​ສັກ​ວັກ​ຊີນ​ຂອງ​ລັດ​ຖະ​ບານ.

ວັກ​ຊີນ​ຂອງ​ຊີ​ໂນ​ຟາມ​ຈີນ​ແມ່ນ​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19ປະ​ເພດ​ທີ​ສາມ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້​ໂດຍ​ດ່ວນ​ຢູ່​ອິນ​ໂດ​ເນ​ເຊຍ. ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ປ​ະ​ກາດ​ໃນ​ເດືອນ​ມັງ​ກອ​ນ ປີນີ້​ວ່າ,ມີ​ແຜນ​​ຈະ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ181ລ້ານ​ຄົນ​ພາຍ​ໃນ​ເວ​ລາ15ເດືອນ.ແຕ່​ຍ້ອນ​ການ​ຕ​ອບ​ສະ​ໜອງວັກ​ຊີນ​ມີ​ຄວາມຈຳ​ກັດ,ນັບແຕ່​ເດືອນ​ເມ​ສາ​ປີນີ້​ເປັນ​ຕົ້ນ​ມາ ວຽກງານສັກ​ວັກ​ຊີນ​ຂອງ​ອິນ​ໂດ​ເນ​ເຊ​ຍມີ​ຄວາມ​ຄືບ​ໜ້າ​ອ່າວ​ຊ້າ,ນັບ​ມາ​ຮອດ​ວັນ​ທີ29ເມ​ສາ​ແລ້ວນີ້ ຢ່າງ​ໜ້ອຍມີ12,386ລ້ານຄົນ​ໄດ້​ສັກ​ວັກ​ຊີນ​​ເຂັມ​ທີ​ໜຶ່ງ​ແລ້ວ​,ໃນ​ນັ້ນ​ມີ7,63ລ້ານຄົນ​ໄດ້​ສັກ​​ວັກ​ຊີນເຂັມ​ທີ​2ແລ້ວ.

ຄຳ​ເຫັນ

0