吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19ຢູ່​ໄທ​ເພີ່ມ​ຂຶ້ນ ລັດ​ຖະ​ບານ​ແຈ້ງ​ໃຫ້​ວັດ​ຕ່າງໆ​ຢ່າ​ປະ​ຕິ​ເສດ​ຈັດ​ງານ​ຊາ​ປະ​ນາ​ກິດ​ສົບ​ໃຫ້​ແກ່​ຜູ້​ເສຍ​ຊີ​ວິດ

2021-05-03 16:45:46 cri

    ນັບ​ແຕ່​ຕົ້ນ​ເດືອນ​ເມ​ສາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ​ອີກ​ຮອບ​ຢູ່​ໄທ, ມີ 4 ໝື່ນກວ່າ​ຄົນ​ໄດ້​ຕິດ​ເຊື້ອ​ພະ​ຍາດ, ຜູ້​ເສຍ​ຊີ​ວິດ​ຫລາຍກວ່າ 100 ​ກໍ​ລະ​ນີ, ກໍ​ລະ​ນີ​ອາ​ການ​ໜັກ ແລະ​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ຫລາຍ.

    ວັນ​ທີ 2 ພຶດ​ສະ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ແຈ້​ງ​ການ​ໃຫ້​ແກ່​ຫ້ອງ​ວ່າ​ການ​ວຽກ​ງານ​ພຸດ​ທະ​ສາ​ສະ​ໜາ​ແຫ່ງ​ຊາດ, ໂດຍ​ຮຽກ​ຮ້ອງ​ໃຫ້​ວັດ​​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ໃຫ້​ການ​ຮ່ວມ​ມື​ໃນ​ການ​ຮັບ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19, ບໍ່​ປະ​ຕິ​ເສດ​ຈັດ​ງານ​ຊາ​ປະ​ນາ​ກິດ​ສົບ​ແກ່​ຜູ້​ເສຍ​ຊີ​ວິດ. ພ້ອມ​ທັງ​ກ່າວ​ເນັ້ນ​ວ່າ, ງານ​ຊາ​ປະ​ນາ​ກິດ​ສົບ​ຕ້ອງ​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ ແລະ​​ປ້ອງກັນ​ພະ​ຍາດ​ຂອງ​ທ້ອງ​ຖິ່ນ, ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມພ​ະ​ຍາດ​ຢ່າງ​ເຂັ້ມ​ງວດ. ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ໄປ​ວົງ​ກວ້າງ​ຕື່ມ​ອີກ, ງານ​ຊາ​ປະ​ນາ​ກິດ​ສົບ​ຕ້ອງ​ສຳ​ເລັດ​ພາຍ​ໃນ​ມື້​ດຽວ, ຜູ້​ຮ່ວມ​ງານ​ຈຳ​ກັດ​ແຕ່​ຄອບ​ຄົວ ແລະຍາດ​ຕິ​ພີ່​ນ້ອງ.

ຄຳ​ເຫັນ

0