吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປ້ອງ​ກັນ​ບໍ່​ໃຫ້​ໄວ​ຣັດ​ໂຄວິດ-19 ກາຍ​ພັນ​ທີ່​ພົບ​ຢູ່​ອິນ​ເດຍ ແລະ ມະ​ເລ​ເຊຍ​ແຜ່​ລະ​ບາດ​ຢູ່​ໄທ​ຢ່າງ​ເຂັ້ມ​ງວດ

2021-05-03 16:28:31 CRI

    ວັນ​ທີ 2 ພຶດ​ສະ​ພາ​ນີ້, ​ຜູ້​ຊ່ຽວ​ຊານ​ໄວ​ຣັດ​ວິ​ທະ​ຍາ​ຜູ້​ໜຶ່ງ​ຂອງ​ໄ​ທ​ໄດ້​ພິມ​​ຂໍ້ຄວາມ​ຢູ່​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ປັດ​ຈຸ​ບັນ ຢູ່​ສະ​​ຖານ​ທີ່ກັກ​ບໍ​ລິ​ເວນ​ຄົນ​ອິນ​ເດຍທີ່​ມາ​ຮອດ​ໄທ​ໄດ້​ກວດ​​ພົບ​ໄວ​ຣັດ​ໂຄວິດ-19 ກາຍ​ພັນ​ທີ່​​ພົບ​ຢູ່​ອິນ​ເດຍ​​ນັ້ນເປັນ​ເລື່ອງ​ປົ​ກກະ​ຕິ​, ບຸກ​ຄົນ​ທີ່​ເຂົ້າ​ເມືອງ​ຜ່ານຊ່ອງ​ທາງ​ຊອບ​​ດ້ວຍກົດ​ໝາຍ​​ທັງ​ໝົດ​ຕ້ອງ​ຜ່ານ​ການກວດ​ກາ​ຢ່າງ​ເຂັ້ມ​ງວດ ແລະ ​ຕ້ອງ​ຖືກກັກ​ບໍ​ລິ​ເວນ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄດ້​ຖືກ​ກັກ​ບໍ​ລິ​ເວນ​ແລ້ວ, ສະ​ນັ້ນ, ໄວ​ຣັດ​​ຈະ​ບໍ່​ສາ​ມາດແຜ່​ລະ​ບາດ​​ໄປ​ວົງ​ກວ້າງ​ໄດ້.


    ​ຜູ້ຊ່ຽວ​ຊານ​ຜູ້​ນີ້​ເຕືອນ​ໃຫ້​ຮູ້​ວ່າ, ​ສິ່ງທີ່​ໜ້າເປັນ​ຫ່ວງ​ທີ່​ສຸດ​ຂອງ​ໄທໃນ​ປັດ​ຈຸ​​ບັນ​ ​ບໍ່​ແມ່ນ​ໄວ​ຣັດ​ກາຍ​ພັນ​ທີ່​ພົບຢູ່​ອິນ​ເດຍ, ຫາກ​ແມ່ນ​ໄວ​ຣັດ​ໂຄວິດ-19 5 ຊະ​ນິດ​ທີ່​ພົບ​ຢູ່​ມະ​ເລ​ເຊຍ, ໃນ​​ນັ້ນ​ ລວມ​ທັງ​ໄວ​ຣັດ B.1.351 ທີ່​​ພົບຢູ່​ອາ​ຟ​ຣິ​ກາ​ໃຕ້, ຜູ້​​ຕິດ​ເຊື້ອພະ​ຍາດ​ໂຄວິດ-19 ປະ​ມານ 1/3 ຂອງ​ມະ​ເລ​ເຊຍ​ກໍ່​ແມ່ນ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ, ນີ້​ກໍ່​ແມ່ນ​ໄວ​ຣັດ​ທີ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ເຂົ້​າ​ສູ່​ປະ​ເທດ​ໄທ​ ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ໄທ ກັບ ມະ​ເລ​ເຊຍ.

ຄຳ​ເຫັນ

0