吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ຢູນ​ນານ ສ​ປ ຈີນ​ບໍ​ລິ​ຈາກ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ ສ​ປ​ປ ລາວ

2021-05-04 13:40:32 cri

图片默认标题

    ວັນ​ທີ 1-2 ພຶດ​ສະ​ພາ​ນີ້, ​ຜ້າ​ປິດ​ປາກ​ການ​ແພດ​ຈຳ​ນວນ 1 ລ້ານ​ອັນ​ທີ່ອົງ​ການ​ປົກ​ຄອງ​ແຂວງ​ຢູນ​ນານຈີນມອບ​ໃຫ້ ສ​ປ​ປ ລາວ ໄດ້​ຖືກ​ສົ່ງ​ໄປ​ຮອດ​ແຂວງ​ຫລວງ​ພະ​ບາງ ແລະ​ນະ​ຄອນ​ຫລວງວຽງ​ຈັນ.

    ຫວ່າງ​ມໍ່ໆ​ມາ​ນີ້, ​ຜູ້ຕິດ​ໄວ​ຣັດ​ພະ​ຍາດ​ໂຄວິດ-19ຢູ່​ລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ​ໃນ​ນັ້ນ, ສາມ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງຢວນ​ນານປະ​ເທດ​ຈີນ,ຄື: ແຂວງ​ຫລວງ​ນ້ຳ​ທາ, ອຸ​ດົມ​ໄຊ ແລະຜົ້ງ​ສະ​ລີ, ​ພ້ອ​ມ​​ດ້ວຍ​ແຂວງ​ຫລວງ​ພະ​ບາງ​​ລ້ວນ​ແຕ່​ມີ​ຜູ້ຕິດ​ໄວ​ຣັດ​ເພີ່ມ​ຂຶ້ນ. ຫ້ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ແຂວງ​ຢູນ​ນານ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່​ລາວ, ທັງ​ໄດ້​ມີ​ຂໍ້​ຕົກ​ລົງ​ທີ່​ບໍ​ລິ​ຈາ​ກ​​ອຸ​ປະ​ກອນ​ການ​ແພດ​ຢ່າງຮີບ​ດ່ວນ.

    ໃນ​ຜ້າ​ປິດ​ປາກ​​ທີ່​ໃຊ້​ໃນ​ດ້ານ​ການ​ແພດຈຳ​ນວນ 1 ລ້ານ​ອັນທີ່​ບໍ​ລິ​ຈາກ​ໃນ​ຄັ້ງ​ນີ້, 6 ແສນ​ອັນ​ຖືກ​​ສົ່ງ​ໄປ​ນະ​ຄອນ​ຫລວງວຽງ​ຈັນ​ໂດຍ​ກົງ, ​ອີກ4ແສນ​ອັນ​​ໄດ້​ຖືກ​ແຍກ​ກັນ​ສົ່ງ​ໄປ​ແຂວງ​ຫລວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຜົ້ງ​ສະ​ລີ ແລະ​ຫລວງ​ພະ​ບາງ.

    ສະ​ຖ​ານ​ທູດ​ຈີນ​ປະ​ຈຳ ສ​ປ​ປ ລາວ ແລະ​ສະ​ຖານກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຫລວງ​ພະ​ບາງ​ໄດ້​ຕາງ​ໜ້າ​ແຂວງ​ຢູນ​ນານມອບ​​ອຸ​ປະ​ກອນ​ການ​ແພດ​ຊຸດ​ນີ້ໃຫ້​ແກ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0