吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະສະເພາະກິດຕອບໂຕ້ໂຄວິດ-19 ຂັ້ນສູນກາງ ສະເໜີສືບຕໍ່ຄຳສັ່ງເລກທີ 15/ນຍ ໄປອີກ 15ວັນ ເພື່ອຄວບຄຸມພະຍາດ

2021-05-05 14:24:29 cri

  ຄະນະສະເພາະກິດຕອບໂຕ້ໂຄວິດ-19 ຂັ້ນສູນກາງ ສະເໜີສືບຕໍ່ຄຳສັ່ງເລກທີ 15/ນຍ ໄປອີກ 15ວັນ ເພື່ອຄວບຄຸມພະຍາດ_fororder_微信图片_20210505142301

    ວັນທີ 4 ພຶດສະພາ 2021 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂໂຄວິດ-19  ໄດ້ຖະແຫຼງຂ່າວກ່ຽວກັບການປະຕິບັດຄຳສັ່ງເລກທີ15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19. 

    ທ່ານຮອງນາຍົກກ່າວວ່າ: ຜ່ານການປະເມີນຄວາມສ່ຽງ ແລະ ສິ່ງທ້າທາຍຮອບດ້ານ ເຫັນວ່າການລະບາດໂຄວິດ-19 ຢູ່ປະເທດລາວ ຍັງເປັນທ່າອ່ຽງບໍ່ຫຼຸດລົງໄດ້ເທື່ອ ໂດຍອີງໃສ່ສະພາບການຕົວຈິງກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນະຂະນີ້, ຄະນະສະເພາະກິດ ໄດ້ຄົ້ນຄວ້າເລິກເຊິ່ງແລ້ວ ຈິ່ງສະເໜີໃຫ້ລັດຖະບານ ສືບຕໍ່ປະຕິບັດຄຳສັ່ງເລກທີ15/ນຍ ລົງວັນທີ21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ອອກໄປອີກຕື່ມ 15 ວັນ (ເລີ່ມວັນທີ 6 -20 ພຶດສະພາ) ພາຍຫຼັງທີ່ໝົດກໍານົດມື້ວັນທີ 5 ພຶດສະພານີ້ເປັນຕົ້ນໄປ.

ຄຳ​ເຫັນ

0