尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​​ມົງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາ​ວ​ທີ່​ມີ​ຄວາມ​ຍາວ​ຫຼາຍກວ່າ 10 ກິ​ໂລ​ແມັດ​ແຫ່ງ​ຕ່າງໆ​ໄດ້​ເຈາະ​ຊອດ​ໝົດແລ້ວ

2021-05-06 17:05:44 cri

      ວັນ​ທີ 6 ພຶດ​ສະ​ພາ​ນີ້, ​ໂດຍຜ່ານຄວາມ​ພະ​ຍາ​ຍາມ​ເຈາະ​ອຸ​ມົງ​ທັງ​ເວັນ​ທາງ​ຄືນ​ເປັນ​ເວ​ລາ​ເກືອບ 6 ປີ, ​ໃນ​ທີ່​ສຸດ​ອຸ​ມົງມ້ານ​ມູ້​ຊູ້​ເຊິ່ງ​ເປັນ​ໂຄງ​ການ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວກໍ່​ສາ​ມາດ​ເຈາະ​ໃຫ້​ຊອດ​ໄດ້ຢ່າງ​ປອດ​ໄພ. ມາ​ຮອດ​ປັດ​ຈຸ​ບັນ, ອຸ​​ມົງໃຫຍ່​ທີ່​ມີ​ຄວາມ​ຍາວ​ຫຼາຍກວ່າ 10 ກິ​ໂລ​ແມັດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​​ແຫ່ງ​ຕ່າງໆໄດ້​ເຈາະ​ຊອດ​ສຳ​ເລັດ​ໝົດ​ແລ້ວ, ​ເຊິ່ງໄດ້​ສ້າງ​ພື້ນ​ຖານ​​ສຳ​ລັບ​ເປີດ​ບໍ​ລິ​ການ​​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ໃນ​ທ້າຍ​ປີ​ນີ້.
 

      ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ໃຊ້​ຮູບ​ແບບ​​ການກໍ່​ສ້າງ​​ພ້ອມ​ກັນທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ, ໃນ​ນັ້ນ, ຍ່ານ​ພາຍ​ໃນ​ປະ​ເທດ​ຈີນ​ຈາກ​ນະ​ຄອນ​ຢູ້​ຊີ່​ແຂວງ​ຢຸນ​ນານ​ຈີນຮອດ​ດ່ານ​ບໍ່​ຫານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ທີ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ລາວ, ​ອັດ​ຕາ​ສ່ວນ​ຂອງ​ຂົວ​ແລະ​ອຸ​​ມົງ​ຢູ່​ຕາມເສັ້ນ​ທາງລົດ​ໄຟ​ກວມ 87%, ພຽງ​ແຕ່​ອຸມົງ​ກໍ​ມີ​ເຖິງ 93 ແຫ່ງ, ໃນ​ນັ້ນ, ອຸ​ມົງໃຫຍ່​ທີ່​ມີ​ຄວາມ​ຍາວ​ຫຼາຍກວ່າ 10 ກິ​ໂລ​ແມັດ​ມີ​ 15 ແຫ່ງ, ຄຽງ​ຄູ່​ກັບ​ການ​ເຈາະ​ອຸ​ມົງມ້ານ​ມູ້​ຊູ້​ໃຫ້​ສຳ​ເລັດ, ​ໄດ້​ເຮັດ​ໃຫ້ອຸ​ມົງ​ທີ່​ມີ​ຄວາມ​ຍາວ​ຫຼາຍກວ່າ 10 ກິ​ໂລ​ແມັດ​ຢູ່​ຕາມ​​ເສັ້ນ​ທາງ​ລົດ​ໄຟດັ່ງ​ກ່າວ​ໄດ້​ເຈາະ​ຊອດ​ໝົດ​ແລ້ວ, ສ່ວນ​ອຸມົງ​ທີ່​ຍັງ​ບໍ່​ໄດ້​ເຈາະ​ຊອດ​ເທື່ອ​ນັ້ນ​ເຫຼືອ​ພຽງ 1 ແຫ່ງ​ເທົ່າ​ນັ້ນ.

ຄຳ​ເຫັນ

0