蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ລາວ

2021-05-09 14:29:52 CRI

ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ລາວ_fororder_微信图片_20210509142335

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮ້ອງ​ຂໍ​ຈາກ​ຝ່າຍ​ລາວ, ​ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງ​ພະ​ບາງ ທາງ​ພາກ​ເໜືອ​ປະ​ເທດ​ລາວ​ໂດ​ຍ​ດ່ວນ ເພື່ອ​ຮ່ວມ​ມື​ກັບ​ຝ່າຍ​ລາວ ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ປະ​ກອ​ບ​ມີ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​​ດັບ​ເຊື້ອ, ການກວດ​ກາ​ໃນ​ຫ້ອງ​ທົດ​ລອງ, ການ​ຄຸ້ມ​ຄອງ​ກາ​ນ​ຊຶມ​ເຊື້ອ ແລະ ​ແພດ​ສາດອາ​ການ​ໜັກ ໂດຍ​ອີງ​ຕາມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຫຼາຍ​ແຂວງ​ທາງ​ພາກ​ເໜືອ.

ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ລາວ_fororder_微信图片_20210509142328

ຫົວ​ໜ້າ​ຄະ​ນະຊ່ຽວ​ຊານ​ການແພດຈີນ​ກ່າວ​ວ່າ: ຄະ​ນະ​ຊ່ຽວ​ຊານ​ການແພດ​ຈະ​ແບ່ງ​ເປັນ​ສອງ​ຈຸ, ແຍກ​ອອກ​ເຮັດ​ວຽກ​ເປັນ​ເວ​ລາໜຶ່ງ​ອາ​ທິດ​ຢູ່​ແຂວງຫຼວງ​ພະ​ບາງ, ແຂວງ​ອຸ​ດົມ​ໄຊ, ແຂວງ​ບໍ່​ແກ້ວ ແລະ ແຂວງຫຼວງ​ນ້ຳ​ທ່າ.

ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ລາວ_fororder_微信图片_20210509142322

ຄຳ​ເຫັນ

0