黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ​ ລາວ​ ມີ​ກໍ​ລະ​ນີ​​ທຳ​ອິດ​ທີ່ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19

2021-05-09 16:53:21 cri

ສ​ປ​ປ​ ລາວ​ ມີ​ກໍ​ລະ​ນີ​​ທຳ​ອິດ​ທີ່ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19_fororder_微信图片_20210509164717


ວັນ​ທີ 9 ພຶດ​ສະ​ພານີ້, ຄະ​ນະ​​ສະ​ເພາະ​ກິດ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ​ໂຄວິດ-19 ແຈ້ງ​ໃຫ້​ຮັບ​ຊາບ​ວ່າ: ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ, ຜູ້​ຍິງ​ທີ່​ເປັນ​ພະ​ຍາດ​ໂຄວິດ-19 ແມ່ນສັນ​ຊາດ​ຫວຽດ​ນາມ​ອາ​ຍຸ 53 ປີ​ເສຍ​ຊີ​ວິດ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ນີ້​ແມ່ນ​ກໍ​ລະ​ນີ​ທຳ​ອິດ​ທີ່​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ພາຍ​ໃນ​ປະ​ເທດ​ລາວ, ຊຶ່ງ​ພະ​ຍາດ​ໂຄວິດ​ໄດ້​ພາ​ໃຫ້​ພະ​ຍາດ​ປະ​ຈຳ​ຕົວ​ເກີດ​ມີ​ອາ​ການ​ແຊກ​ຊ້ອນ, ເຮັດ​ໃຫ້​ການ​ຕິດ​ເຊື້ອ​ຮຸນ​ແຮງ​ແລະ​ເສຍ​ຊີ​ວິດ. 

ສ​ປ​ປ​ ລາວ​ ມີ​ກໍ​ລະ​ນີ​​ທຳ​ອິດ​ທີ່ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19_fororder_微信图片_20210509164736


ນັບ​ມາ​ຮອດ​ເວ​ລາ 14 ໂມງ​ຂອງວັນ​ທີ 9 ພຶດ​ສະ​ພາ, ທົ່ວ​ປະ​ເທດ​ລາວ​ລາຍ​ງານ​ມີ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ສະສົມທັງ​ໝົດ1302ກໍ​ລະ​ນີ, ປົວ​ດີ 23​2 ກໍ​ລະ​ນີ, ເສຍ​ຊີ​ວິດ1ກໍ​ລະ​ນີ.

ຄຳ​ເຫັນ

0