何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ການ​ສຳຫຼວດ​ຜູ້​​ທີ່​ໄດ້ສັກ​ວັກ​ຊີນ​ເຂັມ​ທີ​ສອງ​ຢູ່​ອິນ​ໂດ​ເນ​ເຊຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວັກ​ຊີນSINOVAC​ຂອງ​ຈີນ​ມີ​ປະ​ສິ​ດ​ທິ​ຜົນດີ​ທີ່​ສຸດ​

2021-05-12 16:48:20 CRI

ວັນ​ທີ 11 ພຶດ​ສະ​ພາ​ນີ້, ທ່າ​ນ​ບູ​ດີ ກູ​ນາ​ດີ ຊາ​ດິ​ກິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍກ່າວ​ວ່າ, ພະ​ນັກ​ງານ​ການ​ແພດ 25374 ຄົນ​ຂອງ​ນະ​ຄອນຫຼວງ​ຈ​າ​ກາ​ຕາໄດ້​ສັກ​ວັກ​ຊີນ​ເຄີ່​ຊິ່ນSINOVAC​ຂອງ​ຈີນເຂັ​ມ​ທີ 2 ແລ້ວ, ຫຼັງ​ຈາກ​​ໄດ້ຕິດ​ຕາມ​ອາ​ການ​ເປັນ​ເວ​ລາ 28 ມື້​​ຈຶ່ງເຫັນ​ວ່າ, ຫຼັງ​ຈາກ​ສັກວັກ​ຊິນ​ດັ່ງ​ກ່າວ​ໄດ້ 7 ວັນ​ແລ້ວ​ສາ​ມາດ​ປ້ອງ​ກັນ​ຜູ້​ສັກ​ວັກ​ຊິນ​ບໍ່​​ໃຫ້ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19ໄດ້​ຮ້ອຍ​ສ່ວນ​ຮ້ອຍ, ຍັງ​ສາ​ມາດ​ເຮັດ​ໃຫ້ ຄົນບໍ່​ຕ້ອງນອ​ນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໄດ້​ເຖິງ96%.

 

ທ່ານ​ກູ​ນາ​ດີ​ກ່າວ​ຕື່ມ​ວ່າ, ຜູ້​ສັກ​ວັກຊີນ​ດັ່ງ​ກ່າວ​ມີ 94% ບໍ່​ໄດ້​ຕິດ​ເຊື້ອ​ພະ​ຍາດ, ນີ້​ຖື​ວ່າ​ວັກ​ຊີນ​ດັ່ງ​ກ່າວ​ມີ​ປະ​ສິດ​ທິ​ຜົນ​ດີ​ທີ່​ສຸດ.

ຄຳ​ເຫັນ

0