吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ບໍ່​ມີ​ທີ່​ຢູ່​ອາ​ໄສໃນ​ມຽນ​ມາ​ໄດ້​ເພີ່ມ​ຂຶ້ນ​ອີກ 1 ແສ​ນ 2 ໝື່ນກວ່າ​ຄົນ​ນັບ​ແຕ່​ເດືອນ​ມັງ​ກ​ອນ​ປີ​ນີ້​ເປັນ​ຕົ້ນ​ມາ

2021-05-28 17:21:51 cri

    ວັນ​ທີ 27 ພຶດ​ສະ​ພາ​ນີ້, ​ພະ​ແນກ​ປະ​ສານ​ງານ​ວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ໄດ້​​ເປີດ​ເຜີຍ​ບົດ​ລາຍ​ງານ​ຫລ້າ​ສຸດ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ມ​ຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຍ້ອນ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​​ຢູ່ມ​ຽນ​ມາ​​ມີ​ຄວາມ​ຮ້າຍ​ແຮງ​ຕໍ່​ເນື່ອງ, ນັບ​ແຕ່​ເດືອນ​ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ຜູ້​ບໍ່​ມີ​ທີ່​ຢູ່​ອາ​ໄສ​ໃນ​ມຽນ​ມາ​ໄດ້​ເພີ່ມ​ຂຶ້ນ​ອີກ 1 ແສນ 2 ໝື່ນ 9 ຮ້ອຍ​ຄົນ.

    ອີງ​ຕາມ​ບົດ​ລາຍ​ງານ​ສະ​ບັບ​ນີ້, ປັດ​ຈຸ​ບັນ, ​ຢູ່​ມຽນ​ມາ​ມີຄວາມ​​ຕ້ອງ​ການ​ດ້ານ​ມະ​ນຸດ​ສະ​ທຳ​ລວມ​ທັງ​ອາ​ຫານ, ນ້ຳດື່ມ, ຢາ​ປົວ​ພະ​ຍາດ, ເຄື່ອງ​ໃຊ້​​​ທີ່​ຈຳ​ເປັນໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ​ອື່ນໆ. ຍ້ອນ​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມ​ບໍ່​ສະ​ດວກ​ໃນ​ດ້ານ​ຄົມ​ມະ​ນາ​ຄົມ, ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ມີ​ຄວາມ​ຮ້າຍ​ແຮງ​ກວ່າ​ເກົ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລະ​ເບີດມິນ, ສະ​ພາບ​ອາ​ກາດ​​ຮ້າຍ​ແຮງ, ການກວດ​ກາ​ຕາມ​ທາງຫລວງ​ຂອງ​ເຈົ້າ​ໜ້າ​ທີ່​ຈຳ​ນວນ​ຫລວງ​ຫລາຍ, ທະ​ນາ​ຄານ​ໂຈະ​ການ​ບໍ​ລິ​ການ ແລະ​ອື່ນໆ, ເຮັດ​ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ​​ຕ້ອງ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຫລາຍ.  ບົດ​ລາຍ​ງານ​ສະ​ບັບ​​ນີ້ໄດ້ກ່າວ​​ເຕືອ​ນ​ຕື່ມ​ວ່າ: ມຽນ​ມາ​ຈະ​ເຂົ້າ​ສູ່​ລະ​ດູ​ຝົນ​ໃນ​ເດືອນ​ມິ​ຖຸ​ນາ​ນີ້, ​ເນື່ອງ​ຈາກວ່າ​ເຂດ​ອົບ​ພະ​ຍົບ​ສ່ວນ​ໃຫຍ່​ຂາດ​ເຂີນ​ອຸ​ປະ​ກອນ​ການ​ແພດ​ມາ​ແຕ່​ດົນ​ແລ້ວ, ຜູ້​ບໍ່​ມີ​ທີ່​ຢູ່​ອາ​ໄສ​​ແຮ່ງຈະ​ຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດ​ຢ່າງ​ໜັກ​ໜ່ວງກວ່າ​ເກົ່າ.

  

ຄຳ​ເຫັນ

0