尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ມຽນ​ມາ​​ປ່ອຍ​ເງິນ 3 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າສູ່ຕະ​ຫຼາດ​ເພື່ອ​ໃຫ້​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາ​ມີ​ຄວາມ​ໝັ້ນ​ທ່ຽງ

2021-05-29 16:52:24 cri

      ວັນ​ທີ 28 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້ປ່ອຍ​​ເງິນ 3 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​​ສູ່​ຕະ​ຫຼາດ​ອີກ​ເທື່ອ​ໜຶ່ງ, ​ໂດຍ​ອັດ​ຕາ​ແລກ​ປ່ຽນ​ຄື 1.580 ​ຈາດຕໍ່​ໂດ​ລາ, ນີ້​ແມ່ນ​ທະ​ນາ​ຄານ​ກາງ​ມຽນ​ມາປ່ອຍ​​ເງິນ​ໂດ​ລາ​ເຂົ້າ​ຕະ​ຫຼາດງວດ​ໃຫຍ່​ເປັນ​ຄັ້ງ​ທີ 6 ​ນັບ​ແຕ່​ຕົ້ນ​ເດືອນ​ພຶດ​ສະ​ພາ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້, ໃນ​ເດືອນ​ນີ້​ໄດ້ປ່ອຍ​​ເງິນ​ທັງ​ໝົດ 24 ລ້ານ​ໂດ​ລາ. ໃນ​ນັ້ນ, ວັນ​ທີ 9 ແລະ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ຕ່າງ​ໄດ້​​ປ່ອຍ​ເງິນ 6 ລ້ານ​ໂດ​ລາ, ວັນ​ທີ 17, ວັນ​ທີ 18 ແລະ​ວັນ​ທີ 20 ພຶດ​ສະ​ພາ​ນີ້​ຕ່າງ​ໄດ້​ປ່ອຍ​ເງິນ 3 ລ້ານ​ໂດ​ລາ.
 

      ພາຍ​ໃຕ້​ການ​ແຊກ​ແຊງ​ທີ່​ເຂັ້ມ​ແຂງ​ຈາກ​ທະ​ນາ​ຄານ​ກາງ​ມຽນ​ມາ​ທີ່​ມີ​ຕໍ່​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ, ອັດ​ຕາ​ແລກ​ປ່ຽນ​ເງິນ​​ຈາດ​ກໍ​ມີ​ຄວາມ​ໝັ້ນ​ທ່ຽງ​ໃນ​ຫວ່າງ​ມໍ່​ໆ​ມາ​ນີ້, ທ່າ​ອ່ຽງ​ຂອງ​​ຄ່າ​ເງິນ​ຈາດ​ຕົກ​ຕ່ຳ​ລົງ​ກໍ່​ໄດ້ຜ່ອນ​ຄາຍ​​ລົງໃນ​ເບື້ອງ​ຕົ້ນ. ບວກ​ກັບ​ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ປ່ອຍ​ເງິນ 6,8 ລ້ານ​ໂດ​ລາ​ໃນ​ວັນ​ທີ 3 ກຸມ​ພາ​ປີ​ນີ້, ນັບ​ແຕ່ກອງ​ທັບ​ມຽນ​ມາ​​ຂຶ້ນ​ກຳ​ອຳ​ນາດລັດເປັນ​ຕົ້ນ​ມາ, ໄດ້​ປ່ອຍ​ເງິນ​ຫຼາຍກວ່າ 30 ລ້ານ​ໂດ​ລາ​ເຂົ້າ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ເພື່ອ​ໃຫ້ອັດ​ຕາ​ແລກ​ປ່ຽນ​ເງິນ​ຈາດ​ມີຄວາມ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0