吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດນາມ​ພົບ​ເຫັນ ​ໄວຣັດ​ໂຄ​ວິດ-19 ກາຍພັນ​ໃໝ່​ແບບ​ປະສົມທີ່​ສາມາດ​ແຜ່​ລະບາດຢ່າງ​ວ່ອງ​ໄວ​ຜ່ານທາງ​ອາກາດ

2021-05-30 15:48:05 cri

ວັນ​ທີ 29 ພຶດສະພາ​ນີ້, ທ່ານຫງວຽນ​ຕັນ​ລອງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໄດ້​ປະກາດ​ວ່າ: ຢູ່ຫວຽດນາມ​ໄດ້​ພົບ​ເຫັນ​ໄວຣັດ​ໂຄ​ວິດ-19 ກາຍພັນ​ໃໝ່ ​ເຊິ່ງ​ເປັນ​ສ່ວນ​ປະສົມ​ຂອງ​ໄວຣັດສາຍ​ພັນ​ໃໝ່​ທີ່​ພົບ​ເຫັນ​ໃນ​ປະ​ເທດ​ອັງກິດ ​ແລະ​ອິນ​ເດຍ.

​ໃນ​ມື້​ດຽວ​ກັນ, ທ່ານ​ຫງວຽນ​ຕັນ​ລອງ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ໂຄ​ວິດ-19 ​ໂດຍ​ຜ່ານ​ທາງ​ວິ​ດີ​ໂອ​ວ່າ: ສາຍພັນ​ປະສົມ​ນີ້​ອັນ​ຕະລາຍ​​ເປັນ​ຢ່າງ​ຍິ່ງ, ມີ​ຄວາມ​ສາມາດແຜ່​ລາມ​ແຮງ​ຂຶ້ນ, ສາມາດ​ແຜ່​ລະບາດ​ຜ່ານທາງ​ອາກາດ​ຢ່າງ​ວ່ອງ​ໄວ. ສາຍ​ພັນ​ປະສົມ​ທີ່​ພົບ​ເຫັນ​ໃໝ່​ນີ້​ຍັງ​ບໍ່​ທັນ​ຕັ້ງ​ຊື່​ເທື່ອ.

ຢູ່ຫວຽດນາມ​ໄດ້​ເກີດ​ມີ​​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄວິດ-19 ຮອບ​ໃໝ່​ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ນະຄອນ​ໂຮ​ຈິ​ມິນ, ນະຄອນ​ດາ​ນັງ ​ແລະ​ຕົວ​ເມືອງ​​ໃຫຍ່​ຕ່າງໆ​ກໍລ້ວນ​ແຕ່​ໄດ້​ມີ​ຜູ້​ຕິດ​ເຊື້ອ​ພະຍາດຫຼາຍ​ກໍລະນີ, ຢູ່​ໂຮງງານ​ອຸດສາຫະກຳ​​ແຫ່ງ​​ໜຶ່ງ​ຂອງ​ແຂວງ​ບັກ​ກຽງ​ໄດ້​ເ​ກີດການ​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ. ສຳນັກ​ຂ່າວສານ​ຫວຽດນາມ​​ໄດ້​ລາຍ​ງານ​ວ່າ: ມາ​ຮອດ​ເວລາ 12​ ​ໂມງ​ຂອງ​ວັນ​ທີ 29 ພຶດສະພາ​ນີ້, ລວມທັງ​ໝົດ​ແລ້ວ​ຢູ່ຫວຽດນາມ​ລວມມີ​ຜູ້​ຕິດ​ເຊື້ອ​ພະຍາດ​ 5213 ກໍ​ລະນີ, ​ໃນ​ນັ້ນ ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​ນັບ​ແຕ່​ວັນ​ທີ 27 ​ເມສາ​ຜ່ານ​ມາ 3643 ກໍລະນີ.

ຄຳ​ເຫັນ

0