郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າ​ວ​ວ່າ WHOຮັບ​ຮອງວັກ​ຊີນ​ຂອງ​ບໍ​ລິ​ສັດຊີ​ໂນ​ແວັກ​ໄບ​ໂອ​ເທັກ​ເປັຍ​ການ​ ​ຢືນ​ຢັນ​ວ່າມັນມີ​ຄວາມ​ປອດ​ໄພ​ແລະ​ມີປະ​ສິດ​ທິ​ຜົນ

2021-06-03 12:08:35 cri

ວັນ​ທີ2ມີ​ຖຸ​ນານີ້, ທ່ານ​ແຄ​ຣີ ຈາ​ມາ​ລູ​​ດີນ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ,​ເຕັກ​ໂນ​ໂລ​ຊີແລະ​​ການປະ​ດິດ​ສ້າງມ​ນາ​ເລ​ເຊຍ​ໄດ້​ກ່າວ​ວ່າ, ວັກ​ຊິນ​ໂຄວິດ-19ຂອງ​ບໍ​ລິ​ສັດ​ຊີ​ໂນ​ແວັກ​ໄບ​ໂອ​ເທັກ​ຈີນ ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ WHO ໃຫ້​ນຳ​ໃຊ້​ພາຍ​ໃຕ້​ສະ​ພາບ​ສຸກ​ເສີນ​ ​ເປັນ​ການ​ຢືນ​ຢັນ​ວ່າ​ວັກ​ຊີນ​ຊະ​ນິດນີ້ມີ​ຄວາມ​ປອດ​ໄພ​ແລະມີ​ປະ​ສິດ​ທິ​ຜົນ,​ເຊິ່ງຈະ​ຊ່ວຍ​ຍົກ​ສູງ​ຄວາມ​ໝັ້ນໃຈ​ຂອງ​ປະ​ຊາ​ຊົນ​ມ​ງາ​ເລ​ເຊ​ຂຶ້ນຕື່ມໃນ​ການ​ນຳ​ໃຊ້​ວັກ​ຊີນ​ຊີ​ໂນ​ແວັກ.

ວັກ​ຊິນ​ໂຄວິດ-19ທີ່​ບໍ​ລິ​ສັດ​ຊີ​ໂນ​ແວັກ​ໄບ​ໂອ​ເທັກ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ ໄດ້​ຮັບ​ການ​ຈົດ​ທະ​ບຽນ​ຢ່າງ​ມີ​ເງື່ອນ​ໄຂ​ນຳ​ຫ້ອງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ​ປະ​ເທດ​ມາ​ເລ​ເຊຍ​ໃນ​ຕົ້ນ​ເດືອນ​ມີ​ນາ​ປີນີ້,ແລະ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ມາ​ແຕ່​ວັນ​ທີ18ມີ​ນາ​ເປັນ​ຕົ້ນ​ມາ,ທ່ານ​ແຄ​ຣີ​ໄດ້​ສັກ​ວັກ​ຊີນຊີ​ໂນ​ແວັກ​ເປັນ​ຄົນ​ທຳ​ອິດ. ​ໃນເດືອນ​ເມ​ສາ​, ​ຫ້ອງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ​ຂອງ​ມະ​ເລ​ເຊຍໄດ້​ອະ​ນຸ​​ຍາດ​ໃຫ້​ຈົດ​ທະ​ບຽນ​ຢ່າງ​ມີ​ເງື່ອນ​ໄຂ​ສຳ​ລັບ​ວັກ​ຊີນ​ຊີ​ໂນ​ແວັກສຳ​ເລັດ​ຮູບ​ຢູ່​ປະ​ເທດ​ມາ​ເລ​ເຊຍ ເພື່ອ​ນຳ​ໃຊ້​ໃນ​ສະ​ພາບ​ສຸກ​ເສີນ.

ຄຳ​ເຫັນ

0