郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ໄດ້​ຮັບການ​ຍ້ອງ​ຂໍ​ຈາກ​ປະ​ຊ​າ​ຊົນ​ປະ​ເທດ​ຕົນ​ຫຼັງ​ອະ​ນຸ​ຍາດ​ນຳ​ເຂົ້າ​ວັກ​ຊີນ​ຊີ​ໂນ​ແວັກ

2021-06-04 10:49:33 cri

   ພາຍຫຼັງອົງ​ການWHOອະ​ນຸມັດຈັດ​ເອົາ​ວັກ​ຊີນ​ໂຄວິດ-19ຂອງ​ບໍ​ລິ​ສັດ​ຊີ​ໂນ​ແວັກ​ໄບ​ໂອ​ເທັກ​ຈີນ​ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ນຳ​ໃຊ້​ໃນ​ສະ​ພາບ​ສຸກ​ເສີນ​ແລ້ວ,​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ​ກ່າວ​ວ່າ: ປະ​ເທດ​​ຕົນ​ຈະອະ​ນຸ​ຍາດ​ໃຫ້​ຜູ້​ປະ​ກອບ​ການ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ພາກ​ນັກ​ທຸ​ລະ​ກິດ​​​ຢາປິ່ນ​ປົວ​ເອ​ກະ​ຊົນ​ນຳ​ເຂົ້າ​ວັກ​ຊີນ​ຊີ​ໂນ​ແວັກ. ຂ່າວນີ້​ໄດ້​ຮັບ​ຄວາມ​ຍ້ອງ​​ຍໍ​ຈາກ​ປະ​ຊ​າ​ຊົນ​ປະ​ເທດ​ຕົນ.

ວັນ​ທີ31ພຶດ​ສະ​ພາ​ແລ້ວນີ້ ທ່ານ​​ອອງ​ເຢ​ກັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ​ໄດ້​ກ່າວ​ວ່າ: ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ປະ​ກອບ​ການ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ພາກ​ເອ​ກະ​ຊົນ​ນຳ​ເຂົ້າ​ວັກ​ຊີນ​ທີ່WHO​ໄດ້ຈັດເຂົ້າ​ໃນ​ບັນ​ຊີ​​ລາຍ​ຊື່​ນຳ​ໃຊ້​ໃນ​ສະ​ພາບ​ສຸກ​ເສີນ​ດ້ວຍ​ລະ​ບຽບ​ການ​ພິ​ເສດ. ຮອດ​ວັນ​ທີ1ມິ​ຖຸ​ນານີ້ ວັກ​ຊີນ​ຊີ​ໂນ​ແວັກ​ຂອງ​ຈີນ​ກໍ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ແລ້ວ. ຕໍ່​ມາ ທ່ານອອງ​ເຢ​ກັງ​ກ່າວວ່າ: ອົງ​ການ​ປິ່ນ​ປົ​ວ​ພະ​ຍາດ​ທີ່​ມີ​ໃບ​ອະ​ນຸ​ຍາດ​ສາ​ມາດ​ຍື່ນ​ຄຳ​ຮ້ອງ​​ຕໍ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພື່ອ​ສະ​ໜອງວັກ​ຊີນ​ຊີ​ໂນ​ແວັກ2ແສນ​ຫຼອດ​ທີ່​ມີ​ຢູ່​ໃນ​ສິງ​ກະ​ໂປໃນ​ປັດ​ຈຸ​ບັນ​ໃຫ້​ຜູ້​​ຕ້ອງ​ການ​ສັກ​ວັກ​ຊີນ.

ໜັງ​ສື​ພິມ​​ທູ​ເດ​ສິງ​ກະ​ໂປ​ໄດ້​ຊີ້​ໃຫ້​ເຫັນ​ເປັນ​ພິ​ເສດ​ວ່າ,​ພາຍ​ຫຼັງວັກ​ຊີນ​ຊີ​ໂນ​ແວັກ​ຖືກຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ນຳ​ໃຊ້​ໃນ​ສະ​ພາບ​ສຸກ​ເສີນ​ແລ້ວ,ປະ​ຊາ​ຊົນ​ທີ່​ມີ​ປະ​ຫວັດ​ການແພ້​ຢາ ກໍ​ເລີ່ມ​ມີ​ທາງເລືອກ​ໃໝ່​ສຳ​ລັບ​ການ​ສັກ​ວັກ​ຊີນ​.

ຄຳ​ເຫັນ

0