郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຫ້າມຈັດ​ກິດ​ຈະ​​ກຳ​ການ​ບັນ​ເທີງ​ແລະ​ກິ​ລາ ຍ້ອນ​ສະ​ພາບພະ​ຍາດ​ໂ​ຄວິດ-19​ຍັງ​ສືບ​ຕໍ່​ລະ​ບາດ

2021-06-04 11:06:09 cri

ເນື່ອງ​ຈາກວ່າ​ ສະ​ພາບພະ​ຍາດ​ໂ​ຄວິດ-19ຍັງສືບ​ຕໍ່ແຜ່​ລະ​ບາດ,ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ເລື້ອຍໆ,​ນະ​ຄອນ​ຫຼວງ​ພະ​ນົມ​ເປັນປະ​ເທດກຳ​ປູ​ເຈຍ​ຈຶ່ງ​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​​ສະ​ບັບ​ໃໝ່,ຫ້າມ​ເຄື່ອນ​ໄຫວ​ກິ​ລາ​ແລະ​ບັນ​ເທີງນັບ​ແຕ່​ວັນ​ທີ3ມິ​ຖຸ​ນານີ້​ເປັນ​ຕົ້ນ​ໄປ.

ຕອນ​ຄ່ຳ​ວັນ​ທີ2ມິ​ຖຸ​ນານີ້,ທ່ານ​ຄວງ​ສະ​ແຣງ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ພະ​ນົມ​​ເປັນໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການ​ການ​ບໍ​ລິ​ຫານ​​ເພື່ອ​ປ້ອງ​ກັນ​ພະ​ຍາດ​ເປັນ​ເວ​ລາ14ວັນ​ໃນ​ທົ່ວ​​ນະ​ຄອນ​ ເຊິ່ງ​ຈະ​ເລີ່ມ​ຂຶ້ນ​ແຕ່​ວັນ​ທີ3-16ມິ​ຖຸ​ນານີ້. ຍ້ອນ​ມາດ​ຕະ​ການ​ດັ່ງ​ກ່າວ,ຂະ​ແໜງ​ການ​ທີ່​ມີ​ຄວາມ​ສ່ຽງ​ສູງນັ້ນ​ຕ້ອງ​ຢຸດ​ໃຫ້​ບໍ​ລິການ​ຊົ່ວ​ຄາວ,ຫ້າມ​ເຕົ້າ​ໂຮມ​ກັນນັບ​ແຕ່15ຄົນ​ຂຶ້ນ​ໄປ.

ວັນ​ທີ3ມິ​ຖຸ​ນານີ້ ທ່ານໂກ​ອຸດ​ເຊ ຮອງເຈົ້າ​ຄອງ​ນະ​ຄອນ​ຫຼວງ​ພະ​ນົມກ່າວ​ວ່າ: ເຖິງວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19​ໄດ້​ຮັບ​ການ​ຄວບ​ຄຸ​ມ​ໄວ້​ໄດ້​ແລ້ວ,ແຕ່​ຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ຍັງເພີ່ມ​ຂຶ້ນ​ຕື່ມ​ອີກ​ຫຼາຍ​ຢູ່.ສະ​ນັ້ນ,ອົງ​ການ​ປົກ​ຄອງ​ນະ​ຄອນ​ຈຶ່ງ​ໄດ້​ປະ​ກາດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ສະ​ບັບ​ໃໝ່. ທ່ານ​ກ່າວ​ວ່າ: ຮ້ານ​ອາ​ຫານ​ທີ່​ຂາຍ​ເຫຼົ້າ​ຍັງ​ສາ​ມາດ​ເຮັດ​ທຸ​ລະ​ກິດ​ໄດ້​ປົກກະ​ຕິ​ ​ຄື​ເກົ່າ,ບໍ່​ຖືກ​ຈຳ​ກັດ,ແຕ່​ຜູ້ປະ​ກອບ​ການ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​​ເຂັ້ມ​ງວດ.

ຄຳ​ເຫັນ

0