黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນນິທິຊົມໃຊ້ຮ່ວມກັນຂອງຈີນມອບເຄື່ອງການແພດໃຫ້ລັດຖະບານລາວ

2021-06-04 16:23:51 cri

 

ມູນນິທິຊົມໃຊ້ຮ່ວມກັນຂອງຈີນມອບເຄື່ອງການແພດໃຫ້ລັດຖະບານລາວ_fororder_微信图片_20210604162112

  ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະເພື່ອຕອບສະໜອງຄວາມຕ້ອງການຕົວຈິງໃນວຽກງານສາທາລະນະສຸກຂອງ ສປປ ລາວໃນໄລຍະປະຈຸບັນໃຫ້ທັນການ. ຕອນເຊົ້າ 4 ມິຖຸນາ 2021ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ມູນນິທິຊົມໃຊ້ຮ່ວມກັນຂອງ ສປ ຈີນ (GX Foundation) ໄດ້ມອບເຄື່ອງການແພດ ແລະວັດຖຸອຸປະກອນປ້ອງກັນໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ, ເຊິ່ງຕາງໜ້າລັດຖະບານລາວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະມອບໂດຍທ່ານ ລຽງເຈິ້ນຢິ່ງ ປະທານມູນິທິຊົມໃຊ້ຮ່ວມກັນ ຂອງ ສປຈີນ ແລະເຂົ້າຮ່ວມໂດຍທ່ານ ຈ່ຽງຈ້າຍຕົ່ງ ເອອັກຄະລັດຖະທູດຈີນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

    ເຄື່ອງຊ່ວຍເຫຼືອປະກອບມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຕິດຕາມ, ຊຸດປ້ອງກັນ, ຖົງມື, ແວ່ນຕາ ແລະຜ້າອັດປາກ ໂດຍການຂົນສົ່ງມາທັງທາງອາກາດ ແລະທາງບົກ, ທັງໝົດມີ 4 ຊຸດໃຫຍ່ ເຊິ່ງໄດ້ເແບ່ງມາຊ່ວຍ 2 ເທື່ອ ເທື່ອທໍາອິດໄດ້ມາຮອດປະເທດລາວວັນທີ 21 ພຶດສະພາແລະຊຸດສຸດທ້າຍ ມາຮອດປະເທດລາວວັນທີ 2 ມິຖຸນາຜ່ານມາ. ໂອກາດນີ້, ທ່ານ ຮອງນາຍົກ ກໍ່ໄດ້ຕາງໜ້າໃຫ້ກັບພັກ, ລັດ ແລະປະຊາຊົນລາວ ສະແດງຄວາມຂອບໃຈມາຍັງຄະນະນຳມູນນິທິກໍ່ຄືພັກ, ລັດ ແລະປະຊາຊົນຈີນອ້າຍນ້ອງ ທີ່ໄດ້ສະໜອງອຸປະກອນການແພດທີ່ຈໍາເປັນອັນໃຫຍ່ຫຼວງ ໃຫ້ແກ່ລັດຖະບານລາວ ເພື່ອຕ້ານໂຄວິດ-19 ຢ່າງທັນການອີກຄັ້ງໜຶ່ງ.

ມູນນິທິຊົມໃຊ້ຮ່ວມກັນຂອງຈີນມອບເຄື່ອງການແພດໃຫ້ລັດຖະບານລາວ_fororder_微信图片_20210604162124


    ທ່ານ ລຽງເຈິ້ນຢິ່ງ ຍັງໄດ້ກ່າວວ່າ: ຫຼັງຈາກມູນິທິໄດ້ຮັບຄໍາຂໍຊ່ວຍເຫຼືອຈາກກະຊວງສາທາລະນະສຸກລາວ, ກໍ່ໄດ້ຮີບດ່ວນຈັດຊື້ອຸປະກອນຈໍານວນ 20 ໂຕນ ເພື່ອຊ່ວຍເຫຼືອລາວໃຫ້ທັນການ. ທ່ານຍັງກ່າວວ່າ: ປີນີ້ຍັງເປັນການຄົບຮອບ 60 ຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ ແລະລາວ. ມູນິທິຍິນດີຮ່ວມກັບປະຊາຊົນລາວ ສະກັດກັ້ນ ແລະປ້ອງກັນໂຄວິດ-19 ນໍາກັນ, ເພື່ອພາຍຫຼັງສະພາບພະຍາດນີ້ຫາຍໄປມູນິທິຈະຮີບຮ້ອນຈັດຕັ້ງປະຕິບັດໂຄການປິ່ນປົວພະຍາດແກ່ນຕາຂຸ້ນ.

   ໃນໄລຍະຢູ່ຢ້ຽມຢາມນະຄອນຫຼວງວຽງຈັນ, ມູນນິທິ GX ຍັງຈະໄດ້ຈັດສຳມະນາກ່ຽວກັບການປ້ອງກັນການແຜ່ລະບາດຂອງໂຄວິດ-19 ໃນຊຸມຊົນ ໃຫ້ກັບຊາວຈີນ ທີ່ດໍາລົງຊີວິດຢູ່ປະເທດລາວອີກດ້ວຍ, ພ້ອມດຽວກັນນັ້ນ, ຍັງຈະບໍລິຈາກເຄື່ອງຊ່ວຍເຫຼືອຈໍານວນຫນຶ່ງໃຫ້ແກ່ລັດຖະບານລາວ, ລວມທັງຈະໄດ້ເຂົ້າຢ້ຽມຂໍ່ານັບເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ແລະພົບປະກັບການນຳກະຊວງຈຳນວນໜຶ່ງເພື່ອເພີ່ມທະວີການຮ່ວມມືຕ້ານການລະບາດຂອງພະຍາດໃນໄລຍະນີ້ ແລະອື່ນໆ.

    ມູນິທິ GX ເປັນອົງການການກຸສົນຂອງ ສປ ຈີນທີ່ບໍ່ຫວັງຜົນກຳໄລ, ມີສຳນັກງານໃຫຍ່ຕັ້ງຢູ່ຮົງກົງ ໂດຍມີຈຸດປະສົງດໍາເນີນວຽກງານປິ່ນປົວພະຍາດສາຍຕາຂຸ້ນ,  ຄວບຄຸມພະຍາດທີ່ເກີດຈາກ vector ນອກນັ້ນ, ຍັງກວມເອົາວຽກງານການຄວບຄຸມຄວາມສ່ຽງໄພພິບັດສຸກເສີນທາງດ້ານສຸຂະພາບ, ລວມໄປເຖິງການຮ່ວມມືກັບສາກົນ ແລະການຖ່າຍທອດຄວາມຮູ້ຂອງຊຸມຊົນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ, ດ້ານສາທາລະນະສຸກ ຕາມຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.

ຄຳ​ເຫັນ

0