覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​ເລີ່ມ​​ດຳ​ເນີນ​ໂຄງ​ການ​ສັກ​ວັກ​ຊີນ​ໂຄວິດ-19​ຢ່າງ​ຮອບ​ດ້ານໃນວັນ​ທີ 7 ມິ​ຖຸ​ນາ​ນີ້

2021-06-07 09:38:36 cri

ວັນ​ທີ 6 ມິ​ຖຸ​ນາ​ນີ້, ຮອງ​ໂຄ​ສົກ​ລັດ​ຖະ​ບານໄທ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໄທ​ຈະ​ເລີ່ມ​​ດຳ​ເນີນ​ໂຄງ​ການ​ສັກ​ວັກ​ຊີນ​ໂຄວິດ-19​ຢ່າງ​ຮອບ​ດ້ານໃນວັນ​ທີ 7 ມິ​ຖຸ​ນາ​ນີ້. ປັດ​ຈຸ​ບັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ກຽມ​ພ້ອມ​ແລ້ວ, ​ແລະ​ໄທ​ໄດ້​ອະ​ນຸ​ມັດ​ໃຫ້​ນຳໃຊ້​ວັກ​ຊີນໂຄວິດ-19ຕ່​າງໆ​ເຊັ່ນ: ວັກ​ຊີນ​ຊີ​ໂນ​ແວັກຂອງ​ຈີນ​ແລະວັກ​ຊີນ​ອາ​ສ​ຕ​ຣ​າ​ເຊ​ເນ​ກາ​ເປັນ​ຕົ້ນ, ໃນ​ເດືອນ​ມິ​ຖຸ​ນາ​ນີ້ ​ຜູ້​ຜະ​ລິດ​ວັກ​ຊ​ຊີນຈະ​ສະ​ໜອງວັກ​ຊີນ 6 ລ້ານ​ຫຼອດ​ໃຫ້​ໄທ​ແລະ​ພ້ອມຈະ​ແຈກ​ຢາຍ​ໄປ​ເຖິງ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄທ​ເພື່ອ​ຮັບ​ປະ​ກັນ​​ໃຫ້​ໄທ​​ສາ​ມາດ​ສັກ​ວັກ​ຊີນ​​ໄດ້ຢ່າງ​ຮອບ​ດ້ານ​.

ຄຳ​ເຫັນ

0