何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ: ສະ​ແດງ​ຄວາມຜິດ​ຫວັງ​ຕໍ່​ຂໍ້​ຕົກ​ລົງ​ຂອງ​ສານ​ອາ​ຍາ​ສາ​ກົນ

2021-06-15 16:32:49 CRI

ວັນ​ທີ 15 ມິ​ຖຸ​ນາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການ​, ສະ​ແດງ​ຄວາມ​​ຜິດ​ຫວັງ​ຕໍ່​ສານ​ອາ​ຍາ​ສາ​ກົນ​ໄດ້​ປະ​ກາດ​​ວ່າຈະ​ສືບ​ສວນ​ການ​​ເຄື່ອນ​ໄຫວ​ຕ້ານ​ຢາ​ເສບ​ຕິດຢູ່​ຟິ​ລິບ​ປິນ​ດ້ວຍ​​ຂໍ້​ກ່າວ​ຫາ “ຕ້ານ​ມະ​ນຸດ” ເມື່ອ​ວັນ​ທີ 14 ມິ​ຖຸ​ນາ​ນີ້.

 

ຖະ​ແຫຼງ​ການ​ດັ່ງ​ກ່າວ​ລະ​ບຸ​ວ່າ, ລັດ​ຖະ​ບານ​ຟິ​ລິບ​ປິນ​ກ່າວ​ເນັ້ນ​ວ່າ, ຟິ​ລິບ​ປິນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ກິດ​ທີ່​ນຳ​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ເພື່ອສືບ​ສວນ​ເຫດ​ການ​ທີ່​ມີ​ຜູ້​ເສຍ​ຊີ​ວິດ​ໃນ​ການ​ເຄື່ອນ​ໄຫວ​ຕ້ານ​ຢາ​ເສບ​ຕິດ, ປະ​ຈຸ​ບັນ​ນີ້​ກົນ​ໄກ​ນີ້​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ, ຄວນ​ໃຫ້​​ກົນ​ໄກ​ນີ້​ເຮັດສຳ​ເລັດ​ໜ້າ​ທີ່​ຕ່າງໆ​ຢ່າງ​ເປັນ​ປົກ​ກະ​ຕິ.

 

ຄຳ​ເຫັນ

0