吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ປະ​ກາດ​ໂຈະ​ການ​ຍົກ​ເລີກ “ສັນ​ຍາ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງກອງ​ທະ​ຫານ” ກັບ​ອາ​ເມ​ຣິ​ກາ​ເປັນ​​ເທື່ອ​ທີ 3

2021-06-15 17:19:57 CRI

    ວັນ​ທີ 14 ມິ​ຖຸ​ນາ​ນີ້, ທ່ານເຕໂດ​ໂຣ ​ລອກ​ຊິນ ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ປະ​ກາດ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ​ໄດ້​ຕັດ​ສິນ​ໃຈ​ເລື່ອນ​ການ​ຍົກ​ເລີກ “ສັນ​ຍາ​ກ່ຽວ​ກັບ​​ການ​ຢ້ຽມ​ຢາມ​ຂອງກອງ​ທະ​ຫານ” ກັບ​ອາ​ເມ​ຣິ​ກາ​​ເທື່ອ​ທີ 3 ​ອອກ​ໄປ​ອີກ 6 ເດືອນ.


    ເດືອນ​ກຸ​ມ​ພາ​ປີ 2020, ລັດ​ຖະ​ບານ​ຟິ​ລິບ​ປິນ​ເຄີຍ​ປະ​ກາດວ່າ​ຈະ​ຍົກ​ເລີກ “ສັນ​ຍາ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ກອງ​ທະ​ຫານ” ທີ່​ເຊັນ​ກັບ​ອາ​ເມ​ຣິ​ກາ, ແຕ່​ຫຼັງ​ຈາກ​ນັ້ນ ຟິ​​ລິບ​ປິນ​ສະ​ເໜີ​ວ່າ “ຍ້ອນ​ສະ​ຖາ​ນະ​ການ​ພາກ​ພື້ນ​ໃນ​ປັດ​ຈຸ​ບັນ​ເກີດ​ມີ​ການ​ປ່ຽນ​ແປງ”, ນັບ​ແຕ່​ວັນ​ທີ 1 ມິ​ຖຸ​ນາ​ປີ 2020 ​ຈິ່ງ​ເລື່ອນ​ການ​ຍົກ​ເລີກ​ສັນ​ຍາ​ດັ່ງ​ກ່າວ​​ອອກ​ໄປ​ອີກ 6 ເດືອນ. ວັນ​ທີ 11 ພະ​ຈິກ​ປີ 2020, ຟິ​ລິບ​ປິນ​ປະ​ກາດວ່າ​ຈະ​ເລື່ອນ​ການ​ຍົກ​ເລີກ​ສັນ​ຍາ​ອອກ​ໄປ​ອີກ 6 ເດືອນ​ອີກ​ເທື່ອ​ໜຶ່ງ.


    “ສັນ​ຍາ​ກ່ຽວ​ກັບ​ການ​​ຢ້ຽມຢາມກອງ​ທະ​ຫານ” ແມ່ນ​ສັນ​ຍາ​​ທາງການ​ທະ​ຫານ​ສຳ​ຄັນສະ​ບັບ​ໜຶ່ງ​ທີ່​ຟິ​ລິບ​ປິນ ກັບ ອາ​ເມ​ຣິ​ກາ​​ໄດ້ເຊັນ​ກັນ​ໃນ​ປີ 1998. ​ສັນ​ຍາ​ສະ​ບັບ​ນີ້ໄດ້​ກຳ​ນົດ​ເງື່ອນ​ໄຂ, ຂອບ​ເຂດ​ການ​ເຄື່ອນ​ໄຫວ ແລະ ຄວາມ​ສະ​ດວກ​ໃນ​ການ​ຕ້ອນ​ຮັບ​ກອງທະ​ຫານ​, ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ທາງ​ການ​ທະ​ຫານ ພ້ອມ​ທັງ​​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​​ການທະ​ຫານ​ຂອງ​ອາ​ເມ​ຣິ​ກາ​ທີ່​​ເຂົ້າ​ສູ່​ຟິ​ລິບ​ປິນ, ໃນ​ນັ້ນ ລວມ​ທັງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຊ້ອມ​ຣົບ​ຂອງ​ສອງ​ປະ​ເທດ. ອີງ​ຕາມ​ສັນ​ຍາ​ລະ​ຫວ່າງ​ສອງ​ຝ່າຍ, ຖ້າ​ວ່າ​ຍົກ​ເລີກ​ສັນ​ຍາ, ຝ່າຍ​ໜຶ່ງ​ຕ້ອງ​ແຈ້ງ​ໃຫ້​​ຄູ່​ສັນ​ຍາ​ຮັບ​ຊາບ​ເປັນ​ລາຍ​ລັກ​ອັກ​ສອນ​ໂດຍ​ຜ່ານ​ຊ່ອງ​ທາງ​ທາງ​ການ​ທູດ, ຫຼັງ​ຈາກ​ແຈ້ງ​ການ​ໄດ້ 180 ມື້​ແລ້ວ ຖືກວ່າ​ສັນ​ຍາ​ດັ່ງ​ກ່າວ​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0