何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 10 ປີ​ຜ່ານ​ມາ ປະ​ຊາ​ກອນ​ສິງ​ກະ​ໂປ​ເພີ່ມ​ຂຶ້ນ​ຊ້າ​ລົງ

2021-06-16 16:34:05 CRI

 

    ວັນ​ທີ 16 ມິ​ຖຸ​ນາ​ນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ປະ​ກາດ​ຂໍ້​ມູນ​ຊຸດ​ທຳ​ອິດ​ຂອງ “ການ​ສຳຫຼວດ​ປະ​ຊາ​ກອນ​ທົ່ວ​ປະ​ເທດ​ປີ 2020”, ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ສິງ​ກະ​ໂປ​ມີ​ປະ​ຊາ​ກອນ​ທັງ​ໝົດ 5685800 ຄົນ, ໄດ້​ເພີ່ມ​ຂຶ້ນ 6 ແສນ​ຄົນ​ເມື່ອ​ທຽບ​ໃສ່ 10 ປີ​ກ່ອນ, ສະ​ເລ່ຍ​ແລ້ວ​ໄດ້​ເພີ່ມ​ຂຶ້ນ 1,1% ຕໍ່​ປີ, ແຕ່ຈັງ​ຫວະ​ເພີ່ມ​​ຂຶ້ນໄດ້ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ສະ​ຖິ​ຕິ 2,5% ​ໃນ​ທົດ​ສະ​ວັດ​ແລ້ວ​ນີ້, ​ທັງ​ແມ່ນ 10 ປີ​ທີ່​ປະ​ຊາ​ກອນ​ສິງ​ກະ​ໂປ​ເພີ່ມ​ຂຶ້ນ​ຊ້າ​ທີ່​ສຸດ​ນັບ​ແຕ່​ຊຸມ​ປີ 1970 ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0