吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ປະ​ກອບ​ອາ​ຊີບ​ຊາວ​ສິງ​ກະ​ໂປ​ໃນ​ໄຕ​ມາດ​ທີ 1 ໄດ້​ເພີ່ມ​ຂຶ້ນ ແຕ່​ອັດ​ຕາ​ຫວ່າງ​ງານ​ຍັງ​ສູງກວ່າ​ໄລ​ຍະ​ກ່ອນ​ເກີດ​ມີ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດໂຄວິດ-19

2021-06-17 17:02:36 CRI

    ວັນ​ທີ 17 ມິ​ຖຸ​ນາ​ນີ້, ກະ​ຊວງ​ແຮງ​​ງານ​ສິງ​ກະ​ໂປ​ໄດ້​ປະ​ກາດ​ບົດ​ລາຍ​ງານ​​ກ່ຽວ​ກັບ​ແຮງ​ງານ​ໄຕ​ມາດ​ທີ 1 ປີ 2021. ​ໂດຍ​ໄດ້​ຊີ້ໃຫ້​ເຫັນ​ວ່າ: ຕະ​ຫຼາດ​ ແຮງ​ງານ​ຂອງ​ສິງ​ກະ​ໂປ​ພວມ​ຄ່ອຍໆ​ຟື້ນ​ຟູ​ຄືນ​ທ່າ​ມ​ກາງ​ສະ​ພາບ​ພະ​ຍາດ​ໂຄວິດ-19, ນັບ​ແຕ່​​ພະ​ຍາດໂຄວິດ-19 ແຜ່​ລະ​ບ​າດ​ເປັນ​ຕົ້ນ​ມາ, ຍອດ​ຈຳ​ນວນ​ຜູ້​ປະ​ກອບ​ອາ​ຊີບ​ໃນ​ໄຕ​ມາດ​ທີ 1 ປີ 2021 ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ, ແຕ່​ອັດ​ຕາ​ຫວ່າງ​ງານ​ຍັງ​ສູງກວ່າ​ໄລ​​ຍະກ່ອນ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດໂຄວິດ-19.

 

    ບົດ​ລາຍ​ງານ​ລະ​ບຸ​ວ່າ, ​ຜູ້​ປະ​ກອບ​ອາ​ຊີບ​ຢູ່ສິງ​ກະ​ໂປ​ໃນ​ໄຕ​ມາດ​ທີ 1 ໄດ້​ເພີ່ມ​ 23.700 ຄົນ, ຜູ້​ປະ​ກອບ​ອາ​ຊີບ​ຄົນ​ຕ່າງ​ປະ​ເທດ​ໄດ້​ຫຼຸດ​ລົງ 11.500 ຄົນ. ຜູ້​ປະ​ກອບ​ອາ​ຊີບ​ຊາວ​ສິງ​ກະ​ໂປ​ໃນ​ຂະ​ແໜງ​ການ​ຕ່າງໆ ເຊັ່ນ: ຂະ​ແໜງ​ການໂທ​ລະ​ຄົມ​ມະ​ນາ​ຄົມ, ​ຂະ​ແໜງ​ການອາ​ຫານ, ​ຂະ​ແໜງ​ການ​ບໍ​ລິ​ການ​ດ້ານ​ການ​ປົ່ນ​ປົວ ແລະ ສັງ​ຄົມ, ຂະ​ແໜງ​ການ​ບໍ​ລິ​ການ​ດ້ານ​ການ​ບໍ​ລິ​ຫານ ແລະ ການ​ຊ່ວຍ​ເຫຼືອ​ຄົນ, ຂະ​ແໜງ​ການ​ບໍ​ລິ​ຫານງານ, ຂະ​ແໜງ​ການ​ສຶກ​ສາ ພ້ອມ​ທັງ​ຂະ​ແໜງ​ການບໍ​ລິ​ການ​ດ້ານ​ວິ​ຊາ​ການເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ.


    ອີກ​ດ້ານ​ໜຶ່ງ, ຫຼັງ​ຈາກ​ໄດ້​ປັບ​ປຸງ​ເປັນ​ເວ​ລາ 3 ເດືອນ, ນັບ​ແຕ່ອັດ​ຕາ​ຫວ່າງ​ງານ​​ຢູ່ສິງ​ກະ​ໂປ​ໄດ້​ຖີບ​ສູງ​ຂຶ້ນ​ຮອດ​ລະ​ດັບ​ສູງ​ສຸດ​ໃນ​ເດືອນ​ກັນ​ຍາ​ປີ​ກາຍ​ນີ້​ແລ້ວ​ໄດ້​ຄ່ອຍໆ​ຫຼຸດ​ລົງ, ເດືອນ​ມີ​ນາ​ປີ​ນີ້​ໄດ້​ຫຼຸດ​ລົງ​ຍັງ​ເຫຼືອ 4%, ແຕ່​ຍັງ​ສູງກວ່າ​ລະ​ດັບ​ກ່ອນ​ເກີດ​ມີ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດໂຄວິດ-19.

ຄຳ​ເຫັນ

0