郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ຈີນ​ຮຽກ​ຮ້ອງໃຫ້​ຝ່າຍ​ຕ່າງໆຈົ່ງ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​ໃຫ້​ແກ່​​ຄວາມ​ປອງດອງ​ກັນ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ມຽນ​ມາ

2021-06-19 14:29:44 cri

      ວັນ​ທີ18ມິ​ຖຸ​ນານີ້,ທ່ານ​ຈ່າງ​ຈູ່ນ ​ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ຂະ​ນະ​ທີ່​ພິ​ຈາ​ລະ​ນາ​ບັນ​ຫາ​ມຽນ​ມາ​​ວ່າ:​ຫວັງ​ວ່າ​ບັນ​ດາ​ຝ່າຍ​ຈົ່ງ​ເ​ຄົາ​ລົບ​ນັບ​ຖືອະ​ທິ​ປະ​ໄຕ​ຂອງ​ມຽນ​ມາ,ສ້າງສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​ໃຫ້​ແກ່​​ຄວາມ​ປອງດອງ​ກັນ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ມຽນ​ມາ.

  ທ່ານ​ຈ່າງ​ຈຸ່ນ​ກ່າວ​ວ່າ:ບັນ​ຫາ​ທີ່​ເກີດ​ຂຶ້ນ​ຢູ່​ມຽນ​ມາ​ໃນ​ປັດ​ຈຸ​ບັນ​ນີ້ ເປັນ​ຄວາມ​ລະ​ອິດ​ລະ​ອ້ຽວ​ໃນ​ຂະ​ບວນ​ການ​ຫັນ​ປ່ຽນ​ຮູບ​​ແບບການ​ເມືອງ,ເວົ້າ​ຈາກ​ດ້ານ​ກົກ​ຮາກ​ແລ້ວ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​​ມຽນ​ມາ,ຈະ​ສາ​ມາດ​ແກ້​ໄຂ​ໃຫ້​ໄດ້​ຢ່າງ​ເໝາະ​ສົມ​ໃນ​​ຂັ້ນສຸດ​ທ້າຍ​ໄດ້​ຫຼື​ບໍ່ ​ແມ່ນຂຶ້ນ​ຢູ່​ກັບ​ມຽນ​ມາ​ເອງ. ປະ​ຫວັດ​ສາດໄດ້​​ພິ​ສູດໃຫ້​ເຫັນ​​ແລ້ວວ່າ,ພາຍນອກ​ກົດ​ດັນ​ແລະ​ຂ້ຳ​ບາດ​ມຽນ​ມາ​ຢ່າງ​ດຽວ ບໍ່​ພຽງ​ແຕ່​ບໍ່​ມີປະ​ສິດ​ທິ​ຜົນ​ເ​ທົ່ານັ້ນ, ແຕ່ຍັງ​ຈະ​ໄດ້​ຮັບ​ຜົນ​ກົງ​ກັນ​ຂ້າມ​ອີກ​ດ້ວຍ. ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່​າຍ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ແລະ​ຫຼັກ​ການ​ຂອງ“ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ”, ໃນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ເຄົາ​ລົບ​ອະ​ທິ​ປະ​ໄຕ,ຄວາມ​ເປັນ​ເອ​ກະ​ລາດ​ທາງ​ການ​ເມືອງ,ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ເທດ​ຊາດ​ມຽນ​ມາ,ຍຶດ​ໝັ້ນ​ໃນທ່າ​ທີ​ທີ່​ພາ​ວະ​ວິ​ໄສ​ແລະ​ທ່ຽງ​ທຳ,ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ,ຫຼີກ​ລ່ຽງ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ແລະ​ເຂົ້າ​ແຊກ​ແຊງ​ທີ່​ບໍ່​ເໝາະ​ສົມ,ເພື່ອສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​ໃຫ້​ແກ່​​ຄວາມ​ປອງດອງ​ກັນ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ມຽນ​ມາ.
  ທ່ານ​ຈ່າງ​ຈູ່ນ​ກ່າວ​ຕື່ມ​ວ່າ,ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ສະ​ໄໝ​ພິ​ເສດ​ເພື່ອ​ລະ​ລຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ສົນ​ທະ​ນາ​​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄົບ​ຮອບ30ປີ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ,ຈີນ​ໄດ້​ບັນ​ຍາຍ​ຫຼັກ​ໝັ້ນ​ຫຼັກ​ການ​ຂອງ​ຕົນ​ກ່ຽວ​ກັບ​ສະ​ພາບ​ການ​​ຢູ່ມຽນ​ມາ​ໃນ​ປັດ​ຈຸ​ບັນ,ຈີນ​ແລະ​ອາ​ຊຽນ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ.ມຽນ​ມາ​ແມ່ນ​ສະ​ມາ​ຊິກ​ອາ​ຊຽນ,ຈີນ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​​ບົດ​ບາດລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ມຽນ​ມາ​ຢ່າງ​ເໝາະ​ສົມ.

ຄຳ​ເຫັນ

0