吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ສາ​ມາດໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​​ໄດ້ປະ​ມານ 2,5 ຕື້​ໂດ​ລາ​​ສະ​ຫະ​ລັດໃນ​ເດືອນ​ພຶ​ສະ​ພາ​ແລ້ວ​ນີ້

2021-06-19 14:23:34 CRI

    ວັນ​ທີ 18 ມິ​ຖຸ​ນາ​ນີ້, ອົງ​ການ​ຄຸ້ມ​ຄອງ​ການ​ລົງ​ທຶນ ແລະ ບໍ​ລິ​ສັດ​​ແຫ່ງ​ຊາດມຽນ​ມາ ຫຼື DICA ໄດ້​ປະ​ກາດ​ຕົວ​ເລກ​ຫຼ້າ​ສຸດ ໂດຍ​ລະ​ບຸ​ວ່າ, ​ສຳ​ລັບ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້, ມຽນ​ມາ​ສາ​ມາດ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້ 2,502 ຕື້​ໂດ​ລາ​ສະ​ຫະ​ລັດ, ຕົວ​ເລກ​ດັ່ງ​ກ່າວ​ແມ່ນ 2 ເທົ່າ​ຂອງ 1,256 ຕື້​ໂດ​ລາ ເຊິ່ງ​ເປັນ​ຍອດ​ມູ​ນ​ຄ່າການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຂອງ​ມຽນ​ມາ​ໃນ 7 ເດືອນ​​ທຳ​ອິດ​ຂອງ​ສົກປີ​ງົບ​ປະ​ມານ​ນີ້.


    ຂ່າວ​ແຈ້ງວ່າ, ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ມຽນ​ມາ​​ສາ​ມາດ​ດຶງ​ດູດ​ທຶ​ນ​ຕ່າງ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ເດືອ​ນ​ພຶດ​ສະ​ພາ​ແລ້ວ​ນີ້​ແມ່ນ ຄະ​ນະ​ກຳ​ມະ​ການ​ການ​ລົ​ງ​ທຶນ​ມຽນ​ມາ​ໄດ້​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ 15 ໂຄງ​ການ​ໃໝ່​ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​, ໃນ​ນັ້ນ ລວມ​ທັງ​ໂຄງ​ການ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍແ​ກັ​ສທຳ​ມະ​ຊາດ​ທາດ​ແຫຼວທີ່​ມູນ​ຄ່າການ​ລົງ​ທຶນ​ມີ​ເຖິງ 2,445 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0