黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ລາວ​ ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ມາດ​ຕະ​ການ “ປິດ​ເມືອງ” ອອກ​ໄປ​ອີກ 15 ວັນ

2021-06-20 16:19:23 cri

ວັນ​ທີ 19 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ລາວ​ໄດ້​ປະ​ກາດ​ວ່າ: ຈະ​ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ມາ​ດ​ຕະ​ການ​ປິດ​ເມືອງ​ທີ່​ຈະ​ສິ້ນ​ສຸດ​ລົງ​ໃນວັນ​ທີ 19 ມິ​ຖຸ​ນາ​ນີ້​ອອກ​ໄປ​ອີກ 15 ວັນ, ກໍ​ຄື​​ສືບ​ຕໍ່ “ປິດ​ເມືອງ” ​ແຕ່​ວັນ​ທີ 20 ມິ​ຖຸ​ນາ​ຫາ​ວັນ​ທີ 4 ກໍ​ລະ​ກົດປີ 2021.

ຕອນ​ເຊົ້າ​ວັນ​ທີ 19 ມິ​ຖຸ​ນາ​ນີ້, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຖະ​ແຫຼງວ່າ: ຍ້ອນ​ວ່າ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຈຳ​ນວນ​ໜຶ່ງ​ຂອງ​ຄະ​ນະ​ສະ​ເພາະ​ກິດຄວບ​ຄຸມ​ໂຄວິດ-19 ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ພ້ອມ​ກັນ​ນັ້ນຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ປະ​ເທດ​ອ້ອມ​ຂ້າງ​ຍັງ​ສູງ​ສົມ​ຄວນ, ລັດ​ຖະ​ບານ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ຕ້​ອງສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ “​ປິດ​ເມືອງ”.

ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ: ທຸກໆ​ຄົນ​ລ້ວນ​ແຕ່​ຄວນ​ປະ​ຕິ​ບັດ​ຕາມມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາ​ດ​ໂຄວິດ-19 ​ຂັ້ນພື້ນ​ຖານ, ລວມ​ທັງ​ຮັກ​ສາ​ໄລ​ຍະ​ຫ່າງກັນ​ທາງ​ສັງ​ຄົມ​ 1 ແມັດ, ວັດ​ແທກອຸນ​ຫະ​ພຸມ​ຮ່າງ​ກາຍ, ໃສ່​ຜ້າ​ປິດ​ປາກ, ​ໝັ່ນລ້າງ​ມືແລະ​ອື່ນໆ.

ຕົວ​ເລກ​ທີ່​ຄະ​ນະ​ສະ​ເພາະ​ກິດ​ຄວບ​ຄຸມ​ໂຄວິດ-19 ລາວ​ເປີດ​ເຜີຍ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ເວ​ລາ 12 ໂມງວັນ​ທີ 19 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ​ລາວ​​ມີ​ເຖິງ 2.050 ກໍ​ລະ​ນີ, ໄດ້​ປິ່ນ​ປົວຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ 1.935 ກໍ​ລະ​ນີ, ແລະ​ມີ 3 ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0