吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊິນ​​ໂຄວິດ-19 ທີ່​ຈີ​ນ​ຊ່ວຍ​ເຫຼືອ​ໄດ້​ຂົນ​ສົ່ງໄປ​ຮອດ​ຫວຽດ​ນາມ​ແລ້ວ

2021-06-21 14:05:25 CRI

ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີ​ນ​ຊ່ວຍ​ເຫຼືອ​ໄດ້​ຂົນ​ສົ່ງໄປ​ຮອດ​ຫວຽດ​ນາມ​ແລ້ວ_fororder_1624180991924_776_1616x1080

 

ວັນ​ທີ 20 ມິ​ຖຸ​ນາ​ນີ້, ວັກ​ຊິນໂຄວິດ-19 ຂອງ​ກຸ່ມ​ບໍ​ລິ​ສັດ​ SINOPHARM ທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ຫວຽດ​ນາມ​ໄດ້​ຖືກ​ຂົນ​ສົ່ງ​​ໄປຮອດ​​ປະ​ເທດຫວຽດ​ນາມ​ແລ້ວ. ທ່ານ​ຫງວຽນ​ແທັງ​ລອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຫວຽດ​ນາມ ກັບ ທ່ານ​ຊົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ​ພ້ອມ​ຄະ​ນະ ​ໄດ້​ອອກ​ໄປ​ຕ້ອນ​ຮັບ​ວັກ​ຊິນ​ຢູ່​ສະ​ໜາມ​ບິນ ແລະ ຈັດ​ພິ​ທີ​ມອບ​ຮັບ​ວັກ​ຊິນ​ດັ່ງ​ກ່າວ.

 

ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີ​ນ​ຊ່ວຍ​ເຫຼືອ​ໄດ້​ຂົນ​ສົ່ງໄປ​ຮອດ​ຫວຽດ​ນາມ​ແລ້ວ_fororder_1624181001884_877_1616x1080

  

    ທ່ານ​ຫງວຽນ​ແທັງ​ລອງ​ໄດ້​ຕີ​ລາ​ຄາ​ສູງ​​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ແລະ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊິນ​​ເພື່ອ​ຕ້ານ​ກັບພະ​ຍາດ​ໂຄວິດ-19 ​ຢູ່ຫວຽດ​ນາມ, ຫວັງ​ວ່າ​ສອງ​ປະ​ເທດ​ຫວຽດ​ນາມ-ຈີນ​​ຈະ​ສາ​ມາດ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊິນ​ໃນ​ອະ​ນາ​ຄົດ.


    ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ແຈ້ງ​ໃຫ້​ຮູ້​ວ່າ, ວັກ​ຊິນ​ເທື່ອ​ນີ້​ຈະ​ສັກ​ໃຫ້​​ປະ​ຊາ​ຊົນ 3 ກຸ່ມ​ກ່ອນ​ຄື: ຊາວ​ຈີນ​ທີ່​ເຮັດ​ວ​ຽກ​ຢູ່​ຫວຽດ​ນາມ, ຊາວ​ຫວຽດ​ນາມ​ທີ່​​ຢາກ​ໄປ​ຮຽນ ແລະ ເຮັດ​ວຽກ​ຢູ່​ຈີນ ພ້ອມ​ທັງປະ​ຊາ​ຊົນ​ທີ່​​ອາ​ໄສຢູ່​ເຂ​ດ​ຊາຍ​ແດນ. ຕາມ​​ຂໍ້​ມູນ​ໃຫ້​ຮູ້​ວ່າ: ວັກ​ຊິນ​ໂຄວິດ-19 ຂອງ​ກຸ່ມ​ບໍ​ລິ​ສັດ SINOPHARM ຂອງ​ຈີນແມ່ນ​ວັກ​ຊິນ​ໂຄວິດ-19 ຊະ​ນິດ​ທີ​ສອງ​ທີ່​ໄດ້​ຂົນ​ສົ່ງ​ໄປ​ຮອດ​ປະ​ເທດ​ຫວຽດ​ນາມ.

ຄຳ​ເຫັນ

0