吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທປະ​ກາດ​ວ່​າ​ຈະ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19ທົ່ວ​ປະ​ເທດ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ21ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ

2021-06-21 15:45:28 cri

    ວັນ​ທີ 19 ມິ​ຖຸ​ນາ​ນີ້,   ເວັບ​ໄຊ​​ຂອງໜັງ​ສື​​ພິມ​ພະ​ລາ​ຊະ​ອົງ​ການ​ໄທໄດ້​ເຜີຍ​ແຜ່​ແຈ້ງ​ການ​ວ່າ​ດ້ວຍ​ການ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​​ພະ​ຍາດ​ໂຄວິດ-19ໃນທົ່ວ​ປະ​ເທດ​ໄທ ແລະ​​ການປັບ​ປຸງ​​ມາດ​ຕະ​ການ​ກ່ຽວ​ກັບ​ການ​ຕ້າ​ນ​ກັບ​ພ​ະ​ຍາດ​ໂຄວິດ-19​ໂດຍອີງ​ຕາມ​ສະ​ພາບ​ການ​ຢູ່​ແຕ່​ລະ​ແຫ່ງ​ ເຊິ່ງ​ໄດ້​ລົງ​ນາມ​ໂດຍ​ທ່ານ​ປະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ. ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ນັບ​ແຕ່​ວັນ​ທີ 21 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ, ​ຢູ່ເຂດ​ທີ່​ມີ​ມາດ​ຕະ​ການ​ຄວ​ບ​ຄຸມ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ທີ່​ເຂັ້ມ​ງວດ​ທີ່​ສຸດ, ຄື: ​ນະ​ຄອນ​ຫລວງບາງກອກ, ​ແຂວງ​ນົນ​ທະ​ບຸ​ຣີ, ປະ​ທຸມ​ທາ​ນີ ແລະ​ສະ​ມຸດ​ປາ​ການ, ​ຈະອະ​ນຸ​ຍາດ​ໃຫ້​ຮ້ານ​ອາ​ຫານ​ເປີດ​ບໍ​ລິ​ການ​ຈົນ​ຮອດ​ເວ​ລາ 23 ໂມງ, ແຕ່​ຍັງ​ຫ້າມ​ບໍ່​ໃຫ້​ດື່ມ​ສິ່ງ​ມືນ​ເມົາ​ຢູ່​ຮ້ານ​ອາ​ຫານ​ຄື​ເກົ່າ. ສູນ​ການ​ຄ້າ​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ​​ໄດ້​ຈົນຮອດ 21 ໂມງ.  ສະ​ໜາມ​ກິ​ລາ​ກາງ​ແຈ້ງ​ສາ​ມາດ​ເປີດ​ບໍ​ລິ​ການ​ໄດ້ ແລະ​ອື່ນໆ.

    ນອກ​ນີ້, ຢູ່​ເຂດ​ທີ່​​ມີສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫລຸດ​ໜ້ອຍ​ລົງ, ສະ​ຖານ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ​ສາ​ມາດ​ຟື້ນ​ຟູ​ການ​ບໍລິ​ການ​ຄືນ​ໃໝ່.

    ແຈ້ງ​ການ​ໄດ້​ກຳ​ນົດ​ວ່າ: ແຫ່ງ​ຕ່າງໆ​ຍັງ​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​​ໃສ່​ຜ້າ​ປິດ​ປາກ​ຢູ່ນອກ​​ອາ​ຄານ ແລະ​​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ຜູ້​​ໃດລະ​ເມີດ​​ມາດ​ຕະ​ການ​ນີ້ຈະ​ຖືກ​ລົງ​ໂທດ​ຕາມ​ກົດ​ໝາ​ຍ​ທີ່​ກ່ຽວ​ຂ້​ອງ.

ລັດ​ຖະ​ບານ​ໄທປະ​ກາດ​ວ່​ງ​ຈະ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19ທົ່ວ​ປະ​ເທດ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ21ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ_fororder_泰国

 

ຄຳ​ເຫັນ

0